leftcenterrightdel
ບັນຍາກາດທີ່ກອງປະຊຸມໂຕະມົນ. ພາບ: baoquocte.vn.

ທີ່ກອງປະຊຸມ, ສອງຝ່າຍໄດ້ແລກປ່ຽນກ່ຽວກັບໂອກາດຮ່ວມມືລະຫວ່າງບັນດາມະຫາວິທະຍາໄລຂອງລັດເຊຍ ແລະຫວຽດນາມ ກໍ່ຄືຊຸກຍູ້ການຮ່ວມມືໃນຂົງເຂດບໍາລຸງສ້າງພະນັກງານ, ກໍາມະກອນວິຊາການຕາມມາດຕະຖານ WorldSkills, ການສຶກສາວິຊາຊີບໃນສະໄໝດີຈີຕອນ. ສອງຝ່າຍກໍ່ແບ່ງປັນບົດຮຽນກ່ຽວກັບການສິດສອນ ແລະຮຽນພາສາລັດເຊຍ.

ກອງປະຊຸມໂຕະມົນແມ່ນການເຄື່ອນໄຫວທີ່ມີຄວາມໝາຍສໍາຄັນ, ປະກອບສ່ວນຍົກສູງປະສິດທິຜົນສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ ແລະສະຫະພັນລັດເຊຍ.

ໂດຍ: ເກື່ອງດັ້ງ