leftcenterrightdel
ບັນດາຜູ້ແທນປະຕິບັດພິທີການໄຂວັນບຸນ SV-Startup 2019. ພາບ: ພາບ: baodautu.vn.

ວັນບຸນເລີ່ມທຸລະກິດແຫ່ງຊາດຂອງນັກຮຽນ, ນັກສຶກສາປີນີ້ໂດຍມະຫາວິທະຍາໄລສັບພະວິຊາຮ່າໂນ້ຍເປັນເຈົ້າພາບຈັດຕັ້ງ. ບັນດາກິດຈະກໍາຫຼັກຂອງວັນບຸນລວມມີ: ງານວາງສະແດງບັນດາຜະລິດຕະພັນ, ແນວຄວາມຄິດເລີ່ມທຸລະກິດ, ດ້ວຍເກືອບ 80 ໂຄງການທີ່ໄດ້ຄັດເລືອກຈາກເກືອບ 300 ແນວຄວາມຄິດຂອງນັກສຶກສາບັນດາມະຫາວິທະຍາໄລ, ວິທະຍາໄລ, ນັກຮຽນມັດທະຍົມຕອນປາຍໃນທົ່ວປະເທດ. ຈຸດພົ້ນເດັ່ນຂອງວັນບຸນແມ່ນງານແຂ່ງຂັນນັກຮຽນ, ນັກສຶກສາກັບແນວຄວາມຄິດເລີ່ມທຸລະກິດ ປີ 2019 ຮອບຊີງຊະນະເລີດ. ງານແຂ່ງຂັນປີນີ້ມີກວ່າ 200 ມະຫາວິທະຍາໄລ, ວິທະຍາໄລ, ໂຮງຮຽນຊັ້ນກາງ, ໂຮງຮຽນມັດທະຍົມຕອນປາຍໃນທົ່ວປະເທດເຂົ້າຮ່ວມ, ໃນນັ້ນມີ 68 ໂຄງການດີເດັ່ນທີ່ສຸດລອດເຂົ້າຮອບຊີງຊະນະເລີດ.

leftcenterrightdel
ທ່ານ ຫວູດຶກດາມ ຮອງນາຍົກລັດຖະມົນຕີ ໂອ້ລົມກັບນັກຮຽນ, ນັກສຶກສາທີ່ວັນບຸນ SV-Startup 2019. ພາບ: baochinhphu.vn

ກ່າວຄໍາເຫັນທີ່ພິທີໄຂ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເນັ້ນໜັກວ່າ: “ຈຸດປະສົງຕົ້ນຕໍຂອງວັນບຸນແມ່ນປະກອບຄວາມຮູ້ໃຫ້ແກ່ນັກຮຽນ, ນັກສຶກສາກ່ຽວກັບການເລີ່ມທຸລະກິດ, ແຕ່ຈຸດປະສົງນັ້ນຍັງບໍ່ທັນແມ່ນສູງສຸດເທື່ອ. ຫາກສູງກວ່ານັ້ນແມ່ນການເຊື່ອມຈອດບັນດາມະຫາວິທະຍາໄລ, ສະຖາບັນຄົ້ນຄວ້າ, ບັນດາວິສາຫະກິດຜ່ານເຄື່ອງມືຕ່າງໆ. ສໍາຄັນທີ່ສຸດນັ້ນແມ່ນການປຸກລຸກ, ຝຶກຝົນຫຼໍ່ຫຼອມນໍ້າໃຈເລີ່ມທຸລະກິດໃນບັນດາໂຮງຮຽນ”.

leftcenterrightdel
ທ່ານ ຫວູດຶກດາມ ຮອງນາຍົກລັດຖະມົນຕີ ແລະທ່ານ ຟຸ່ງຊວນຍ້າ ລັດຖະມົນຕີກະຊວງສຶກສາ ແລະກໍ່ສ້າງ ຢ້ຽມຊົມບັນດາຮ້ານວາງສະແດງທີ່ວັນບຸນ. ພາບ: baochinhphu.vn.

ພາຍຫຼັງພິທີໄຂ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ແລະບັນດາຜູ້ແທນໄດ້ຢ້ຽມຊົມບັນດາຮ້ານວາງສະແດງໂຄງການ, ແນວຄວາມຄິດເລີ່ມທຸລະກິດຂອງນັກຮຽນ, ນັກສຶກສາ.

ໂດຍ: ໄຊຊະນະ