leftcenterrightdel
ທ່ານ ບຸ່ຍວັນລິງ ກ່າວຄໍາເຫັນທີ່ການພົບປະກັບສື່ມວນຊົນ. ພາບ: ແຄ໋ງຮ່າ.

SV-Startup 2019 ຈະຈັດຂຶ້ນໃນວັນທີ 4-5 ຕຸລາ, ທີ່ມະຫາວິທະຍາໄລສັບພະວິຊາຮ່າໂນ້ຍ ເພື່ອແນໃສ່ຊຸກຍູ້ຈິດໃຈປະດິດຄິດສ້າງ, ເລີ່ມທຸລະກິດຂອງບັນດານັກຮຽນ, ນັກສຶກສາໃນທົ່ວປະເທດ. ລາຍການປີນີ້ມີບາງຈຸດໃໝ່ເມື່ອທຽບໃສ່ກັບລາຍການທີ່ໄດ້ຈັດຕັ້ງຄັ້ງທໍາອິດໃນປີ 2018, ຄື: ເພີ່ມຈໍານວນໂຄງການ, ຈໍານວນມະຫາວິທະຍາໄລ ແລະຈໍານວນບັນດາພະແນກສຶກສາ ແລະກໍ່ສ້າງເຂົ້າຮ່ວມການວາງສະແດງທີ່ວັນບຸນ; ເພີ່ມການດຶງດູດຂອງປະຊາຄົມນັກຮຽນ, ນັກສຶກສາທົ່ວປະເທດຜ່ານການແຂ່ງຂັນ SV-Startup 2019  ແລະມີບັນດາວິສາຫະກິດ, ກອງທຶນເພື່ອລົງທຶນເອົາໃຈໃສ່ເຂົ້າຮ່ວມໜູນຊ່ວຍບັນດາໂຄງການຕື່ມອີກ.

leftcenterrightdel
ພິທີລົງນາມລະຫວ່າງກະຊວງສຶກສາ ແລະກໍ່ສ້າງຫວຽດນາມກັບບັນດາຫົວ ໜ່ວຍອຸປະຖໍາ. ພາບ: ແຄ໋ງຮ່າ. 

ໃນຂອບເຂດ SV-Startup 2019 ຈະດໍາເນີນບັນດາການເຄື່ອນໄຫວທີ່ໜ້າເອົາໃຈໃສ່, ຄື: ຮອບຊີງຊະນະເລີດ “ການແຂ່ງຂັນນັກຮຽນ, ນັກສຶກສາກັບແນວຄວາມຄິດເລີ່ມທຸລະກິດປີ 2019”. ການແຂ່ງຂັນມີການເຂົ້າຮ່ວມຂອງ 200 ກວ່າມະຫາວິທະຍາໄລ, ວິທະຍາໄລ, ໂຮງຮຽນຊັ້ນກາງ, ໂຮງຮຽນມັດທະຍົມສົມບູນໃນທົ່ວປະເທດ, ມີນັກຮຽນ, ນັກສຶກສາຈໍານວນ 200.000 ກວ່າຄົນເຂົ້າຮ່ວມ.

ໂດຍ: ໄຊຊະນະ