ແຜນຮ່າງຊຸກຍູ້ຈິດໃຈເລີ່ມທຸລະກິດ, ບຳລຸງຄວາມຮູ້, ທັກສະກ່ຽວກັບການເລີ່ມທຸລະກິດໃຫ້ນັກຮຽນ ແລະນັກສຶກສາໃນໄລຍະເວລາຮ່ຳຮຽນ; ສ້າງສະພາບແວດລ້ອມສະດວກໃນການໜູນຊ່ວຍນັກຮຽນ ແລະນັກສຶກສາຫັນແນວຄວາມຄິດ, ໂຄງການເລີ່ມທຸລະກິດໃຫ້ປະກົດຜົນເປັນຈິງ, ສ້າງວຽກເຮັດງານທຳພາຍຫຼັງຮຽນຈົບ.

ຫັນຮູບການໜູນຊ່ວຍເລີ່ມທຸລະກິດເປັນຫຼາຍຮູບຫຼາຍແບບ

ກະຊວງສຶກສາ ແລະກໍ່ສ້າງຫວຽດນາມ ໄດ້ຮັບການມອບໝາຍແມ່ນອົງການຮັບຜິດຊອບແຜນຮ່າງດັ່ງກ່າວ. ບົນພື້ນຖານນັ້ນ, ກະຊວງໄດ້ຮຽກຮ້ອງບັນດາສະຖາບັນ, ໂຮງຮຽນມະຫາວິທະຍາໄລ, ວິທະຍາໄລສ້າງຄູຊັ້ນກາງ ແລະຊັ້ນສູງສຸມໃສ່ຜັນຂະຫຍາຍແຜນຮ່າງ. ບັນດາໂຮງຮຽນໄດ້ສ້າງຫົວຂໍ້ເລີ່ມທຸລະກິດສະເພາະເຂົ້າໃນຫຼັກສູດການສຶກສາ; ສ້າງຕັ້ງບັນດາ ພາກສ່ວນ ຫຼື ສູນໜູນຊ່ວຍນັກສຶກສາເລີ່ມທຸລະກິດ; ສ້າງຊ່ອງຂໍ້ມູນສະໜອງເອກະສານກ່ຽວກັບການປ່ຽນແປງໃໝ່ຫົວຄິດປະດິດສ້າງ ແລະເລີ່ມທຸລະກິດ, ຈັດຕັ້ງການໂຄສະນາ ກ່ຽວກັບບັນດາການເຄື່ອນໄຫວໜູນຊ່ວຍນັກຮຽນ, ນັກສຶກສາເລີ່ມທຸລະກິດ, ສົ່ງເສີມນັກສຶກສາ ແລະນັກຮຽນສະເໜີໂຄງການ, ແນວຄວາມຄິດໃນການເລີ່ມທຸລະກິດ...

leftcenterrightdel
ນັກສຶກສາໂຮງຮຽນມັດທະຍົມຕອນປາຍ ຟານດິ່ງຟຸ່ງ, ຮ່າໂນ້ຍ ຮັບລາງວັນທີໜຶ່ງທີ່ການແຂ່ງຂັນ “ນັກຮຽນ, ນັກສຶກສາ ກັບແນວຄວາມຄິດເລີ່ມທຸລະກິດ - Swis 2018”. ພາບ: ສໍານັກຂ່າວສານຫວຽດນາມ.

ກະຊວງສຶກສາ ແລະກໍ່ສ້າງ ກໍ່ຮຽກຮ້ອງໃຫ້ບັນດາໂຮງຮຽນສົມທົບກັບວິສາຫະກິດ, ເຊີນນັກຊ່ຽວຊານມາຈັດຕັ້ງບັນດາຊຸດບຳລຸງສ້າງ, ການໂອ້ລົມສົນທະນາກ່ຽວກັບຫົວເລື່ອງສະເພາະ, ເວທີປາໄສເພື່ອຍົກສູງຄວາມຮັບຮູ້, ຄວາມຮູ້, ທັກສະໃນການເລີ່ມທຸລະກິດໃຫ້ແກ່ນັກຮຽນ, ນັກສຶກສາ. ທ່ານ ຟຸ່ງຊວັນຍະ ລັດຖະມົນຕີກະຊວງສຶກສາ ແລະກໍ່ສ້າງຫວຽດນາມ ຕີລາຄາວ່າ: ພາຍຫຼັງການປະຕິບັດມາໄດ້ໄລຍະໜຶ່ງ, ແຜນຮ່າງໄດ້ສ້າງການຫັນປ່ຽນທັງຄວາມຮັບຮູ້ ແລະການກະທຳຂອງນັກຮຽນ, ນັກສຶກສາໃນການຮ່ຳຮຽນ ແລະໝູນໃຊ້ຄວາມຮູ້, ທັກສະເຂົ້າໃນພຶດຕິກຳຕົວຈິງ. ການເຄື່ອນໄຫວໜູນຊ່ວຍເລີ່ມທຸລະກິດຢູ່ບັນດາໂຮງຮຽນມີການຫັນປ່ຽນຢ່າງຕັ້ງໜ້າ, ຫຼັກຖານພະຍານນັ້ນແມ່ນມີຜະລິດຕະພັນນັບຫຼາຍພັນຢ່າງ, ໂຄງການເລີ່ມທຸລະກິດຫຼາຍແຫ່ງຂອງນັກຮຽນ, ນັກສຶກສາໄດ້ກຳເນີດເກີດຂຶ້ນ, ໃນນັ້ນ, ມີຫຼາຍໂຄງການມີຄວາມເປັນໄປໄດ້ ເຊິ່ງໄດ້ແນະນຳຢູ່ວັນບຸນເລີ່ມທຸລະກິດແຫ່ງຊາດຂອງນັກຮຽນ, ນັກສຶກສາ.

ກະຊວງແຮງງານ-ທະຫານເສຍອົງຄະ ແລະສັງຄົມຫວຽດນາມ, ອົງການທີ່ນາຍົກລັດຖະມົນຕີໄດ້ມອບໝາຍໃຫ້ຮັບຜິດຊອບການກໍ່ສ້າງລາຍການ, ແຜນການລະອຽດເພື່ອປະຕິບັດແຜນຮ່າງຕາມແຕ່ລະໄລຍະ. ກະຊວງໄດ້ອະນຸມັດຜ່ານແຜນການຜັນຂະຫຍາຍແຜນຮ່າງ 1665 ປີ 2019 ເພື່ອໂຄສະນາ, ຊຸກຍູ້ຈິດໃຈເລີ່ມທຸລະກິດ ແລະສ້າງວຽກເຮັດງານທຳເອງຂອງນັກຮຽນ, ນັກສຶກສາ; ພ້ອມທັງວາງເປົ້າໝາຍແຕ່ນີ້ຮອດປີ 2025 ໃຫ້ມີ 100% ຮາກຖານການສຶກສາວິຊາຊີບຜັນຂະຫຍາຍຍູ້ແຮງການໜູນຊ່ວຍເລີ່ມທຸລະກິດໃຫ້ນັກຮຽນ, ນັກສຶກສາ, ສູ້ຊົນໃຫ້ມີຈຳນວນນັກຮຽນ ແລະນັກສຶກສາຢູ່ບັນດາຮາກຖານສຶກສາ 12 ລ້ານເທື່ອຄົນໄດ້ຮັບການຍົກສູງຄວາມຮັບຮູ້ກ່ຽວກັບການເລີ່ມທຸລະກິດ ແລະສ້າງວຽກເຮັດງານທຳເອງ.

ເພື່ອຫັນການຜັນຂະຫຍາຍແຜນຮ່າງໃຫ້ເປັນລະອຽດ, ກົມໃຫຍ່ການສຶກສາວິຊາຊີບ (ກະຊວງ ແຮງງານ-ທະຫານເສຍອົງຄະ, ສັງຄົມ) ຫໍ່ກໍ່ຈັດຕັ້ງພິທີເຊັນສັນຍາການຮ່ວມມຶືກັບບັນດາຄູ່ຮ່ວມມື, ຄື: ກຸ່ມບໍລິສັດ Vingroup, ບໍລິສັດຫຸ້ນສ່ວນ BPO ມັດບ໊າວ... ໃນການໜູນຊ່ວຍປະຕິບັດແຜນຮ່າງ. ທີ່ພິທີລົງນາມ, ທ່ານ ຫງວຽນຮົ່ງມິງ ຫົວໜ້າກົມໃຫຍ່ການສຶກສາວິຊາຊີບ ຢັ້ງຢືນວ່າ: “ເລື່ອງບັນດາຮາກຖານສຶກສາວິຊາຊີບສະໜິດຕິດພັນກັບວິສາຫະກິດຈະສ້າງສະພາບແວດລ້ອມຫຼໍ່ລ້ຽງການເຄື່ອນໄຫວເລີ່ມທຸລະກິດຂອງນັກຮຽນ, ນັກສຶກສາ, ຊຸກຍູ້ການພັດທະນາ ແລະຫົວຄິດປະດິດສ້າງໃນແຕ່ລະວິສາຫະກິດ...”.

ຫັນບັນດາແນວຄວາມຄິດ, ໂຄງການເລີ່ມທຸລະກິດໃຫ້ປະກົດຜົນເປັນຈິງ

ທີ່ວັນບຸນເລີ່ມທຸລະກິດແຫ່ງຊາດຂອງນັກຮຽນ, ນັກສຶກສາ ປີ 2018, ທ່ານ ຫວູດຶກດາມ ຮອງນາຍົກລັດຖະມົນຕີຫວຽດນາມ ເນັ້ນໜັກວ່າ: “ໜ້າທີ່ທຳອິດຂອງນັກສຶກສາແມ່ນຮ່ຳຮຽນໃຫ້ດີທີ່ສຸດ, ຝຶກຝົນຫຼໍ່ຫຼອມໃຫ້ກາຍເປັນພົນລະເມືອງດີ, ມີແນວຄວາມຄິດ, ມີຫົວຄິດປະດິດສ້າງ, ເລີ່ມທຸລະກິດເພື່ອແຜ່ຂະຫຍາຍແນວຄວາມຄິດນັ້ນອອກສູ່ສັງຄົມ. ພວກເຮົາບໍ່ພຽງແຕ່ຕັ້ງຄວາມຫວັງຕໍ່ແຜນຮ່າງ 1665 ເທົ່ານັ້ນ ແຕ່ສິ່ງສໍາຄັນແມ່ນປູກຈິດສຳນຶກໃຫ້ພວກນ້ອງມີຈິດໃຈເລີ່ມທຸລະກິດ, ມີຄວາມມຸ່ງຫວັງເລີ່ມທຸລະກິດ”.

ດ້ວຍການເຂົ້າຮ່ວມຂອງບັນດາຂັ້ນ, ຂະແໜງການ, ທ້ອງຖິ່ນ, ບັນດາໂຮງຮຽນມະຫາ ວິທະຍາໄລ, ວິທະຍາໄລຊັ້ນສູງ ຊັ້ນກາງ, ໂຮງຮຽນມັດທະຍົມຕອນປາຍ... ຈິດໃຈເລີ່ມທຸລະກິດໃນໝູ່ນັກຮຽນ, ນັກສຶກສາ ໄດ້ຮັບການປຸກລຸກ, ຫຼາຍແນວຄວາມຄິດ, ໂຄງການເລີ່ມທຸລະກິດໄດ້ປະກົດຜົນເປັນຈິງ. ສິ່ງເຫຼົ່ານັ້ນໄດ້ສະແດງໃຫ້ເຫັນຜ່ານການແຂ່ງຂັນ “ນັກຮຽນ, ນັກສຶກສາກັບແນວຄວາມຄິດເລີ່ມທຸລະກິດ - SWIS 2018” ດ້ວຍການເຂົ້າຮ່ວມຂອງໂຮງຮຽນມະຫາວິທະຍາໄລ, ວິທະຍາໄລຊັ້ນສູງ, ຊັ້ນກາງ, ໂຮງຮຽນມັດທະຍົມຕອນປາຍ 200 ແຫ່ງ.  ໄດ້ມີຫຼາຍໂຄງການສະແດງອອກຢ່າງຈະແຈ້ງກ່ຽວກັບລັກສະນະໝູນໃຊ້,  ແລະມີບາງວິສາຫະກິດໄດ້ພິຈາລະນາໜູນຊ່ວຍຜັນຂະຫຍາຍ, ຄື: ໂຄງການ Inut Platfom- ອິນເຕີເນັດສັບພະສິ່ງ (IoT) ຂອງກຸ່ມນັກສຶກສາມະຫາວິທະຍາໄລແຫ່ງຊາດນະຄອນໂຮ່ຈີມິນ; ໂຄງການ Finbox-ໃຫ້ຄຳປຶກສາການລົງທຶຶນ 4.0 ຂອງກຸ່ມນັກສຶກສາມະຫາວິທະຍາໄລການຄ້າຕ່າງປະເທດ...

ຫວັງວ່າ, ດ້ວຍການເອົາໃຈໃສ່, ການເຂົ້າຮ່ວມຂອງບັນດາຄະນະ, ຂະແໜງການຂັ້ນສູນກາງ, ທ້ອງຖິ່ນ, ບັນດາອົງການຈັດຕັ້ງໜູນຊ່ວຍການເລີ່ມທຸລະກິດ, ປະຊາຄົມວິສາຫະກິດພາຍໃນ ແລະຕ່າງປະເທດ, ບັນດາອົງການຈັດຕັ້ງສາກົນ, ນັກທຸລະກິດ, ນັກລົງທຶນນັ້ນ, ແຜນຮ່າງ 1665 ຈະສືບຕໍ່ໄດ້ຮັບການຜັນຂະຫຍາຍຢ່າງແຮງ, ມີປະສິດທິຜົນ, ຜ່ານນັ້ນ, ສ້າງເງື່ອນໄຂດີທີ່ສຸດໃຫ້ນັກຮຽນ, ນັກສຶກສາໄດ້ຮ່ຳຮຽນ, ບຳລຸງຄວາມຮູ້, ທັກສະກ່ຽວກັບການເລີ່ມທຸລະກິດເພື່ອເສີມຂະຫຍາຍຄວາມເກັ່ງກ້າ, ກຳລັງຄວາມສາມາດຂອງຕົນໄດ້ຢ່າງສຸດຂີດ, ສ້າງຕັ້ງບັນດາວິສາຫະກິດເລີ່ມທຸລະກິດທີ່ມີິຄຸນຄ່າໃຫ້ປະຊາຄົມ ແລະສັງຄົມ.

ໂດຍ: ສົມເພັດ