ໃນວັນເປີດສົກຮຽນໃໝ່, ພວກຂ້າພະເຈົ້າຮູ້ສຶກເອກອ້າງທະນົງໃຈຕໍ່ບັນດາຜົນງານທີ່ຕັ້ງໜ້າເຊິ່ງຂະແໜງການສຶກສາບັນລຸໄດ້ໃນສົກຮຽນ 2018-2019.  ໂດຍແມ່ນສົກຮຽນທີ່ເປັນຂີດໝາຍ 5 ປີແຫ່ງການປະຕິບັດມະຕິສະບັບເລກທີ 29-NQ/TW ຂອງກອງປະຊຸມສູນກາງຄັ້ງທີ 8, ຊຸດທີ XI ກ່ຽວກັບການປ່ຽນແປງການສຶກສາ ແລະກໍ່ສ້າງໂດຍພື້ນຖານ, ຮອບດ້ານ. ບົນພື້ນຖານຜັນຂະຫຍາຍ 9 ກຸ່ມມາດຕະການໜ້າທີ່ຕົ້ນຕໍ ແລະ 5 ກຸ່ມມາດຕະການພື້ນຖານ, ຂະແໜງການສຶກສາໄດ້ເອົາໃຈໃສ່ກໍ່ສ້າງ, ປັບປຸງລະບົບກົນໄກ, ນະໂຍບາຍໃຫ້ສົມບູນ ເພື່ອແກ້ໄຂບັນດາຄວາມຫຍຸ້ງຍາກ, ສິ່ງທີ່ຍັງຕິດຂັດໃນກິດຈະກໍາປ່ຽນແປງໃໝ່ການສຶກສາ ແລະສ້າງກອບນິຕິກໍາເພື່ອຊຸກຍູ້ພາລະກິດການສຶກສາໃຫ້ນັບມື້ນັບໄດ້ພັດທະນາຢ່າງໝັ້ນຄົງ, ຍືນຍົງ ແລະເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນ.

ຄຸນນະພາບການສຶກສາທຸກຊັ້ນສືບຕໍ່ມີການຫັນປ່ຽນຢ່າງກ້າວໜ້າ. ວຽກງານເບິ່ງແຍງດູແລ, ສຶກສາເດັກນ້ອຍອະນຸບານໄດ້ຮັບການເອົາໃຈໃສ່ໄດ້ດີກວ່າ. ເລື່ອງປ່ຽນແປງໃໝ່ຮູບການ, ວິທີການກວດກາ, ສອບເສັງ, ປະເມີນຜົນນັກຮຽນ ແລະຈັດຕັ້ງການສອບເສັງມັດທະຍົມແຫ່ງຊາດໄດ້ມີການຫັນປ່ຽນຢ່າງຈະແຈ້ງກວ່າຊຸມປີກ່ອນ. ການສຶກສາຊັ້ນມະຫາວິທະຍາໄລໄດ້ສຳຜັດກັບທ່າອ່ຽງການສຶກສາສາກົນເທື່ອລະກ້າວ... ບັນດາໝາກຜົນນີ້ໄດ້ປະກອບສ່ວນສໍາຄັນໃນການຫັນເປົ້າໝາຍ, ເນື້ອໃນການປ່ຽນແປງໃໝ່ການສຶກສາ ແລະກໍ່ສ້າງໂດຍພື້ນຖານ, ຮອບດ້ານເຊິ່ງມະຕິສະບັບເລກທີ 29-NQ/TW ຂອງພັກໄດ້ຍົກອອກມາເທື່ອລະກ້າວ; ພ້ອມທັງປະກອບສ່ວນຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງພາລະກິດສ້າງສາ, ປົກປັກຮັກສາ ແລະພັດທະນາປະເທດຊາດ.

leftcenterrightdel
ໂຮງຮຽນມັດທະຍົມຕອນຕົ້ນຟຸກເລີ້ຍ, ຕາແສງຟຸກເລີ້ຍ (ເມືອງລອງບຽນ, ຮ່າໂນ້ຍ) ກະກຽມພື້ນຖານດ້ານວັດຖຸເປັນຢ່າງດີ ເພື່ອກ້າວເຂົ້າສົກຮຽນໃໝ່. ພາບ: ຫງວຽນຕ໋ວນຮຸຍ.

ບົນພື້ນຖານເສີມຂະຫຍາຍບັນດາໝາກຜົນຂອງສົກຮຽນຜ່ານມາ, ໃນສົກຮຽນ 2019-2020, ຂະແໜງການສຶກສາສືບຕໍ່ຜັນຂະຫຍາຍມາດຕະການຕ່າງໆຢ່າງຂ້ຽວຂາດ, ຄົບຊຸດ ເພື່ອມານະພະຍາຍາມສໍາເລັດບັນດາເປົ້າໝາຍຂອງແຜນການ 5 ປີແຫ່ງການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ; ຕັດສິນໃຈແກ້ໄຂ ແລະສ້າງການຫັນປ່ຽນບັນດາບັນຫາການສຶກສາໂດຍພື້ນຖານເຊິ່ງປະຊາຊົນຄອງຄອຍ, ສັງຄົມສົນໃຈ. ໃນນັ້ນ, ຂະແໜງສຸມໃສ່ເຂົ້າໃນບັນດາໜ້າທີ່ຈຸດສຸມ, ຄື: ກວດກາ, ຊັບຊ້ອນ, ວາງແຜນຜັງເຄືອຂ່າຍບັນດາຮາກຖານການສຶກສາ, ກໍ່ສ້າງ, ຍົກສູງຄຸນນະພາບຖັນແຖວຄູອາຈານ ແລະພະນັກງານຄຸ້ມຄອງການສຶກສາ...

ໜ້າທີ່ສໍາຄັນເຊິ່ງຂະແໜງການສຶກສາກໍານົດ ແລະການນໍາລັດຖະບານຮຽກຮ້ອງແມ່ນຕ້ອງຍູ້ແຮງວຽກງານການສຶກສາຄຸນສົມບັດ, ວິຖີຊີວິດ, ທັກສະດໍາລົງຊີວິດໃຫ້ແກ່ນັກຮຽນ, ນັກສຶກສາກວ່າອີກ ແລະຖືເປັນສໍາຄັນການສຶກສາຄຸນສົມບັດໃນບັນດາຮາກຖານການສຶກສາແຕ່ຊັ້ນອະນຸບານຮອດຊັ້ນມະຫາວິທະຍາໄລ. ພ້ອມກັບການສອນໜັງສື, ສອນວິຊາຊີບ, ເລື່ອງເອົາໃຈໃສ່ສອນຄຸນສົມບັດແມ່ນຮັບປະກັນໃຫ້ບຸກຄະລິກກະພາບນັກຮຽນ, ນັກສຶກສາໄດ້ຮັບການພັດທະນາຢ່າງເໝາະສົມ, ຍືນຍົງ.

ດ້ວຍມູນເຊື້ອມັກຮຽນຂອງຊາດຫວຽດນາມ, ພາຍໃຕ້ແສງສະຫວ່າງຂອງມະຕິສະບັບເລກທີ 29-NQ/TW ຂອງພັກ ແລະພ້ອມກັບການແບ່ງປັນ, ຮ່ວມແຮງຮ່ວມໃຈຂອງທົ່ວສັງຄົມ, ເຊື່ອໝັ້ນວ່າ, ທົ່ວຖັນແຖວຄູອາຈານ, ພະນັກງານຄຸ້ມຄອງການສຶກສາ ແລະນັກຮຽນ, ນັກສຶກສາທົ່ວປະເທດຈະຮ່ວມແຮງຮ່ວມໃຈ, ເປັນຈິດໜຶ່ງໃຈດຽວສ້າງບັນດາໝາກຜົນໃໝ່, ຜົນງານໃໝ່ໃນສົກຮຽນ 2019-2020. ບັນດາຜົນງານອັນດີງາມນັ້ນແມ່ກະຊໍ່ດອກໄມ້ທີ່ມີຄວາມໝາຍທີ່ສຸດ ເພື່ອສະເຫຼີມສະຫຼອງ 75 ປີແຫ່ງການສຶກສາປະຕິວັດຫວຽດນາມ ເຊິ່ງປະທານໂຮ່ຈີມິນ ໄດ້ສ້າງຕັ້ງ (1945-2020).

ໂດຍ: ທະນາພອນ