ນີ້ແມ່ນຊຸດຮຽນທີ 9 ຕາມຫຼັກສູດພາສາລາວພື້ນຖານໂດຍກອງບັນຊາການທະຫານຊາຍແດນແຂວງແທັງຮວ໊າ ສົມທົບກັບພະແນກພາຍໃນແຂວງແທັງຮວ໊າ ຈັດຕັ້ງ. ພາຍຫຼັງການບໍາລຸງສ້າງເປັນເວລາ 2 ເດືອນ, ນັກສໍາມະນາກອນສາມາດຮັບຟັງ, ເຂົ້າໃຈ ແລະເວົ້າດ້ວຍພາສາລາວໄດ້. 

leftcenterrightdel
ພິທີມອບໃບຢັ້ງຢືນໃຫ້ແກ່ບັນດານັກສໍາມະນາກອນ. ພາບ: baothanhhoa.vn.

ນີ້ແມ່ນພື້ນຖານເພື່ອໃຫ້ບັນດານັກສໍາມະນາກອນພາຍຫຼັງຮຽນຈົບກັບເມືອທ້ອງຖິ່ນ ແລະອົງການຂອງຕົນຈະເຮັດວຽກງານເປັນເສນາທິການໃຫ້ຄະນະພັກ, ອຳນາດການປົກຄອງທ້ອງຖິ່ນ ແລະອົງການທີ່ກ່ຽວຂ້ອງ, ເພື່ອປະຕິບັດວຽກງານພົວພັນຕ່າງປະເທດຂອງພັກ, ລັດ, ສ້າງສາຍພົວພັນສາມັກຄີມິດຕະພາບລະຫວ່າງສອງແຂວງແທັງຮ໊ວາ-ຫົວພັນ, ສອງປະເທດຫວຽດນາມ-ລາວ ເປັນຢ່າງດີ. ໂຄສະນາ, ຂົນຂວາຍປະຊາຊົນສອງຟາກຊາຍແດນ, ຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມ, ຊ່ວຍເຫຼືອກັນລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ສ້າງຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະພັດທະນາ. ເນື່ອງໃນໂອກາດນີ້, ກອງບັນຊາການທະຫານຊາຍແດນແຂວງແທັງຮວ໊າ ໄດ້ມອບໃບຢັ້ງຢືນໃຫ້ແກ່ນັກສໍາມະນາກອນ 5 ຄົນທີ່ຮັບຜົນງານດີເດັ່ນ.

ໂດຍ: ຄໍາແພງ