leftcenterrightdel
ນັກສອບເສັງຂອງຫວຽດນາມ ທັງ 4 ຄົນ ລ້ວນແຕ່ຍາດໄດ້ຫຼຽນໄຊ. ພາບ: ເວິນແອັງ.

ການສອບເສັງໂອແລມປິກເຄມີສາດສາກົນ ຄັ້ງທີ 51 ຈັດຕັ້ງຢູ່ຝະລັ່ງ ດ້ວຍການເຂົ້າຮ່ວມຂອງນັກສອບເສັງກວ່າ 300 ຄົນ ທີ່ມາຈາກ 80 ປະເທດ ແລະເຂດແຄ້ວນ. ດ້ວຍຜົນງານທີ່ບັນລຸໄດ້, ທີມຊາດຫວຽດນາມ ຢືນອັນດັບທີ 5 ໃນໂລກ (ຖັດຈາກ: ຈີນ, ສ.ເກົາຫຼີ, ລັດເຊຍ ແລະອາເມລິກາ).

leftcenterrightdel
ນັກຮຽນ ເຈິ່ນບ໊າເຕິນ ຂອງທີມຊາດຫວຽດນາມ ໄດ້ຮັບລາງວັນສໍາລັບນັກສອບເສັງຍາດໄດ້ຄະແນນຂາດລອຍໃນການຝຶກຫັດ. ພາບ: ເວິນແອັງ.

ພິເສດ, ທີມຊາດຫວຽດນາມ ມີນັກສອບເສັງລອດເຂົ້າ top ໄດ້ຮັບຄະແນນສູງ, ຄື: ນ້ອງ ເຈິ່ນບ໊າເຕິນ ດ້ວຍ 95,47/100 ຄະແນນ, ເຊິ່ງແມ່ນຄະແນນສູງທີ  4 ຂອງການສອບເສັງ ແລະໄດ້ຮັບລາງວັນນັກສອບເສັງດີເດັ່ນທີ່ສຸດໃນການຝຶກຫັດດ້ວຍຄະແນນ 40/40. ນີ້ແມ່ນຄ້ັງທໍາອິດທີ່ນັກສອບເສັງຫວຽດນາມ ຍາດໄດ້ຄະແນນຂາດລອຍໃນການຝຶກຫັດທີ່ການສອບເສັງໂອແລມປິກເຄມີສາດສາກົນ.

ໂດຍ: ທູຈາງ