ຜະລິດຕະພັນປະດິດຄິດສ້າງສອງຢ່າງນັ້ນແມ່ນ “ຜະລິດຕະພັນກຳຈັດມົນລະພິດນໍ້າມັນຈາກເຊື້ອເຫັດສ້າງເປັນຄາບໄຂຊີວະສາດໃນຖ່ານຊີວະວິທະຍາທີ່ມີຕົ້ນກຳເນີດມາຈາກຂີ້ແກບ” ແລະ “ການໝູນໃຊ້ nano ເງິນເພື່ອຍົກສູງປະສິດທິພາບຂອງອຸປະກອນຕົ້ມນໍ້າຫວານທີ່ນໍາໃຊ້ພະລັງງານແສງຕາເວັນ” ເຊິ່ງໄດ້ຮັບການຕີລາຄາສູງເພາະວ່າມີລັກສະນະໃໝ່, ມີຫົວຄິດປະດິດສ້າງ ແລະແທດຈິງ. ນອກຈາກນັ້ນ, ຜະລິດຕະພັນສອງຢ່າງດັ່ງກ່າວຍັງຍາດໄດ້ລາງວັນພິເສດສໍາລັບການຄິດປະດິດແຕ່ງ ແລະປະດິດຄິດສ້າງ  ໂດຍມະຫາວິທະຍາໄລໄທ ແລະສະຫະສະມາຄົມວິທະຍາສາດໜຸ່ມອິນໂດເນເຊຍ ມອບໃຫ້.

leftcenterrightdel
ຄະນະນັກຮຽນຫວຽດນາມ ເຂົ້າຮ່ວມການສອບເສັງ WICO 2019. ພາບ: ຮວ່າງກວຽນ.

WICO ແມ່ນການສອບເສັງປະຈໍາປີ ເຊິ່ງໄດ້ຮັບການສ້າງຕັ້ງ ແລະຈັດຂຶ້ນໂດຍສະຫະສະມາຄົມຄິດປະດິດແຕ່ງ ແລະປະດິດຄິດສ້າງຂອງບັນດາມະຫາວິທະຍາໄລ ສ.ເກົາຫຼີ. ນີ້ແມ່ນການສອບເສັງສໍາລັບນັກຮຽນແຕ່ ມໍ 1 ຫາມໍ 7 ໃນທົ່ວໂລກ. ການສອບເສັງ WICO ໃນປີນີ້ດໍາເນີນແຕ່ວັນທີ 25-27 ກໍລະກົດ ຢູ່ ສ.ເກົາຫຼີ.

ໂດຍ: ທູຈາງ