ຕາມນັ້ນແລ້ວ,  ໃນຈໍານວນທຶນສຶກສາ 60 ທຶນມີ: ທຶນສຶກສາລະດັບປະລິນຍາຕີ 40 ທຶນ; ທຶນສຶກສາລະດັບປະລິນຍາໂທ 5 ທຶນ; ທຶນສຶກສາບໍາລຸງພາສາລາວໄລຍະສັ້ນ 15 ທຶນ.

leftcenterrightdel
ພາບປະກອບຈາກສໍານັກຂ່າວສານຫວຽດນາມ.

ນັກຮຽນໄດ້ຮັບການເລືອກເຟັ້ນຈະໄດ້ຮັບທຶນສຶກສາຈາກລັດຖະບານລາວ, ລວມມີຄ່າຮຽນ ແລະບ່ອນຢູ່ທີ່ຫໍພັກນັກສຶກສາຕ່າງປະເທດ. ລັດຖະບານຫວຽດນາມ ຈະສະໜອງຄ່າໃຊ້ຈ່າຍລາຍເດືອນ, ຄ່າໄປມາ, ຄ່າທໍານຽມເຮັດໜັງສືຜ່ານແດນ, ວີຊາ ແລະປະກັນສຸຂະພາບຕາມສັນຍາສໍາລັບນັກສຶກສາຫວຽດນາມ ໄປຮຽນຢູ່ລາວ.

ໄລຍະເວລາຮັບສໍາເນົາເອກະສານ: ຮອດວັນທີ 31 ກໍລະກົດ 2019. ກົມຮ່ວມມືສາກົນ-ກະຊວງສຶກສາ ແລະກໍ່ສ້າງຫວຽດນາມ ຈະແຈ້ງຜົນການຄັດເລືອກເຖິງຜູ້ສະໝັກຜ່ານອິເມວໃນເດືອນສິງຫາ 2019.

ໂດຍ: ທະນາພອນ