ເຂົ້າຮ່ວມພິທີໄຂມີທ່ານ ຫວູແທັງຊວນ, ຮອງຜູ້ອໍານວຍການສະຖາບັນການປົກຄອງແຫ່ງຊາດຫວຽດນາມ; ທ່ານ ອຳພາວັນ ກວ້າງມະນີວັນ ທີ່ປຶກສາຝ່າຍສຶກສາ-ວັດທະນະທຳ, ສະຖານທູດລາວ ປະຈຳຫວຽດນາມ.

leftcenterrightdel
ທ່ານ ຫວູແທັງຊວນ ຮອງຜູ້ອໍານວຍການສະຖາບັນການປົກຄອງແຫ່ງຊາດຫວຽດນາມ ກ່າວຄໍາເຫັນທີ່ພິທີໄຂ. ພາບ: ເຟືອງຮັ່ງ.

ກ່າວຄໍາເຫັນທີ່ພິທີໄຂ,  ທ່ານ ຫວູແທັງຊວນ ເນັ້ນໜັກເຖິງຄວາມຈໍາເປັນໃນວຽກງານກໍ່ສ້າງ, ບໍາລຸງສ້າງພະນັກງານຄຸ້ມຄອງ, ນໍາພາຕໍ່ພາລະກິດສ້າງສາ ແລະພັດທະນາສອງປະເທດຫວຽດນາມ ແລະລາວ ໃນສະພາບການໂລກາພິວັດ ແລະເຊື່ອມໂຍງເຂົ້າກັບສາກົນທີ່ພວມດໍາເນີນໄປຢ່າງແຮງ. ທ່ານ ຫວູແທັງຊວນ ກໍ່ຢັ້ງຢືນວ່າເລື່ອງຈັດຕັ້ງຊຸດຝຶກອົບຮົມໃຫ້ແກ່ພະນັກງານຄຸ້ມຄອງ, ນໍາພາຂອງປະເທດເພື່ອນມິດລາວ ສໍາເລັດຜົນແມ່ນໜ້າທີ່ ແລະຄວາມເປັນກຽດອັນໃຫຍ່ຫຼວງຂອງສະຖາບັນການປົກຄອງແຫ່ງຊາດຫວຽດນາມ, ເຊິ່ງພັກ ແລະລັດຖະບານສອງປະເທດໄດ້ເອົາໃຈໃສ່ເປັນພິເສດ ແລະມອບໝາຍໃຫ້. ນີ້ກໍ່ແມ່ນກິດຈະກໍາທີ່ແທດຈິງ ແລະມີຄວາມໝາຍ, ປະກອບສ່ວນເພີ່ມທະວີຈິດໃຈສາມັກຄີມິດຕະພາບ ແລະການຮ່ວມມືຖານອ້າຍນ້ອງແບບພິເສດລະຫວ່າງສອງພັກ, ປະຊາຊົນສອງປະເທດ ຫວຽດນາມ-ລາວ ກວ່າອີກ.

leftcenterrightdel
ທ່ານນາງ ຄອນສະຫວັນ ສີຊານົນ ກ່າວຄໍາເຫັນທີ່ພິທີໄຂ. ພາບ: ເຟືອງຮັ່ງ.

ຕາງໜ້າບັນດານັກສໍາມະນາກອນທີ່ເຂົ້າຮ່ວມຊຸດຝຶກອົບຮົມ, ທ່ານນາງ ຄອນສະຫວັນ ສີຊານົນ, ຫົວໜ້າພະແນກ, ກົມຄົ້ນຄວ້າສັງລວມ, ຫ້ອງວ່າການປະທານປະເທດ, ຫົວໜ້າຄະນະນັກສໍາມະນາກອນ ປາດຖະໜາວ່າຊຸດຝຶກອົບຮົມຈະຊ່ວຍໃຫ້ບັນດາພະນັກງານຂອງລາວ ຍົກສູງກໍາລັງຄວາມສາມາດເປັນເສນາທິການ, ສົມທົບກັນ, ໜູນໃຊ້ເຂົ້າໃນວຽກງານເປັນຢ່າງດີກວ່າອີກ ເພື່ອສໍາເລັດບັນດາໜ້າທີ່ ເຊິ່ງພັກ ແລະລັດຖະບານລາວ ມອບໝາຍໃຫ້ເປັນຢ່າງດີ.

leftcenterrightdel
ບັນຍາກາດທີ່ພິທີໄຂ. ພາບ: ເຟືອງຮັ່ງ.
leftcenterrightdel
ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກ. ພາບ: ເຟືອງຮັ່ງ.

ທີ່ຊຸດຝຶກອົບຮົມ, ບັນດາຄູອາຈານ, ນັກຊ່ຽວຊານທີ່ມີປະສົບການຂອງຫວຽດນາມ ໄດ້ບັນຍາຍ, ແນະນໍາໃຫ້ບັນດານັກສໍາມະນາກອນເນື້ອໃນຕ່າງໆ ຄື: ກໍາລັງຄວາມສາມາດໃນການໄຈ້ແຍກສະພາບແວດລ້ອມແຫ່ງການເຮັດວຽກ, ຄວາມຮຽກຮ້ອງຕ້ອງການທີ່ວາງອອກ ແລະກໍາລັງຄວາມສາມາດຂອງພະນັກງານປະຕິບັດວຽກງານຫ້ອງການຢູ່ສູນກາງ ແລະທ້ອງຖິ່ນ; ກໍາລັງຄວາມສາມາດເປັນເສນາທິການສັງລວມ...

ໂດຍ: ທະນາພອນ