ເຍົາວະຊົນໄດ້ຮັບການຍ້ອງຍໍ 56 ຄົນ ແມ່ນບັນດາແບບຢ່າງດີເດັ່ນທີ່ເຂົ້າຮ່ວມງານມະໂຫລານເຍົາວະຊົນທຸກຍາກແຕ່ຮຽນເກັ່ງ ປີ 2019. ງານມະໂຫລານ ໄດ້ດໍາເນີນການເຄື່ອນໄຫວຫຼາຍຢ່າງທີ່ມີຄວາມໝາຍ ຄື: ຖະຫວາຍທູບທຽນ, ດອກໄມ້, ແຈ້ງຜົນງານຕໍ່ປະທານໂຮ່ຈີມິນ ຢູ່ເຂດອະນຸສາວະລີລຸງໂຮ່ກັບເຍົາວະຊົນ, ໄປຢ້ຽມຊົມບັນດາປູຊະນີຍະສະຖານປະຫວັດສາດ ຄື: ຫໍພິພິທະພັນໂຮ່ຈີມິນ-ສາຂານະຄອນໂຮ່ຈີມິນ, ຫໍປະຊຸມຖົ໊ງເຍິດ, ອຸໂມງກູຈີ... ບັນດາຜູ້ແທນຍັງເຂົ້າຮ່ວມງານພົບປະແລກປ່ຽນ “ເພື່ອຄວາມໃຝ່ຝັນຂອງເຍົາວະຊົນຫວຽດນາມ”.

leftcenterrightdel
ທ່ານ ເຈືອງຮວ່າບິ່ງ ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ພ້ອມກັບບັນດາຜູ້ແທນ ຍ້ອງຍໍຊົມເຊີຍບັນດາແບບຢ່າງເຍົາວະຊົນທີ່ດີ່ເດັ່ນ. ພາບ: qdnd.vn.

ເນື່ອງໃນໂອກາດນີ້, ບັນດາອົງການ, ຫົວໜ່ວຍໄດ້ມອບທຶນການສຶກສາ, ຂອງຂວັນນັບຮ້ອຍພູດ ດ້ວຍມູນຄ່າທັງໝົດກວ່າ 800 ລ້ານດົ່ງ ເພື່ອແນໃສ່ໜູນຊ່ວຍໃຫ້ແກ່ເຍົາວະຊົນປະສົບກັບຄວາມທຸກຍາກແຕ່ຮຽນເກັ່ງໃນທົ່ວປະເທດ.

ໂດຍ: ທູຈາງ