ເຂົ້າຮ່ວມເວທີປາໄສມີທ່ານ ຫງວຽນວັນຟຸກ ຮອງລັດຖະມົນຕີກະຊວງສຶກສາ ແລະກໍ່ສ້າງຫວຽດນາມ; ທ່ານນາງ ຂັນທະລີ ສີລິພົງພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະກິລາລາວ; ທ່ານ ຫງວຽນບ໋າຮຸ່ງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ປະຈໍາລາວ ແລະຜູ້ແທນ 250 ທ່ານ ທີ່ຕາງໜ້າໃຫ້ບັນດາຮາກຖານການສຶກສາ ແລະຄຸ້ມຄອງການສຶກສາຂອງທັງຫວຽດນາມ ແລະລາວ.

leftcenterrightdel
ທ່ານ ຫງວຽນວັນຟຸກ ຮອງລັດຖະມົນຕີກະຊວງສຶກສາ ແລະກໍ່ສ້າງຫວຽດນາມ ກ່າວຄຳເຫັນທີ່ເວທີປາໄສ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄຳເຫັນທີ່ເວທີປາໄສ, ທ່ານ ຫງວຽນວັນຟຸກ ເນັ້ນໜັກວ່າ, ເວທີປາໄສຍົກສູງຄຸນນະພາບການກໍ່ສ້າງລະຫວ່າງຫວຽດນາມ - ລາວ ຈະປະກອບສ່ວນຊຸກຍູ້ ແລະພັດທະນາການພົວພັນຮ່ວມມືດ້ານການສຶກສາ, ກໍ່ສ້າງລະຫວ່າງສອງປະເທດຫວຽດນາມ - ລາວ, ນຳມາເຊິ່ງຜົນປະໂຫຍດອັນໃຫຍ່ຫຼວງໃນການພັດທະນາເສດຖະກິດ, ການຄ້າ, ການບໍລິການ ແລະວິທະຍາສາດເຕັກນິກໃຫ້ແກ່ທັງສອງປະເທດຫວຽດນາມ - ລາວ ໃນໄລຍະຈະມາເຖິງ.

leftcenterrightdel
ບັນຍາກາດທີ່ "ເວທີປາໄສຍົກສູງຄຸນນະພາບການກໍ່ສ້າງລະຫວ່າງຫວຽດນາມ - ລາວ" ຢູ່ມະຫາວິທະຍາໄລແຫ່ງຊາດລາວ. ພາບ: ສໍານັກຂ່າວສານຫວຽດນາມ.

ສ່ວນທ່ານນາງ ຂັນທະລີ ສີລິພົງພັນ ໃຫ້ຮູ້ວ່າ ຝ່າຍລາວ ຈະເພີ່ມທະວີການສອນພາສາຫວຽດນາມ ໃຫ້ແກ່ນັກສຶກສາລາວ ກ່ອນທີ່ຈະໄປຮຽນຢູ່ຫວຽດນາມ ໃຫ້ຫຼາຍກວ່າອີກ, ປະກອບສ່ວນຍົກສູງຄຸນນະພາບການກໍ່ສ້າງ, ນຳການຮ່ວມມືດ້ານການສຶກສາລະຫວ່າງຫວຽດນາມ - ລາວ ໃຫ້ນັບມື້ນັບມີປະສິດທິຜົນຢ່າງແທດຈິງ. ນອກຈາກນັ້ນ, ຝ່າຍລາວ ຈະສົມທົບກັບຝ່າຍຫວຽດນາມ ຢ່າງແໜ້ນແຟ້ນກວ່າອີກ ເພື່ອເພີ່ມທະວີບັນດາວິທີການຄຸ້ມຄອງນັກສຶກສາລາວ ຢູ່ຫວຽດນາມ.

ທີ່ເວທີປາໄສ, ມີ 15 ຂໍ້ຕົກລົງຮ່ວມມືໄດ້ຮັບການລົງນາມລະຫວ່າງບັນດາຮາກຖານການສຶກສາມະຫາວິທະຍາໄລຂອງຫວຽດນາມ ກັບອົງການຄຸ້ມຄອງການສຶກສາ, ຮາກຖານການສຶກສາ ແລະວິສາຫະກິດຂອງລາວ.

leftcenterrightdel
ງານວາງສະແດງການສຶກສາຫວຽດນາມ ປີ 2019 ຢູ່ມະຫາວິທະຍາໄລແຫ່ງຊາດລາວ. ພາບ: ສໍານັກຂ່າວສານຫວຽດນາມ.

ນອກຈາກນັ້ນ, ໃນຂອບເຂດເວທີປາໄສຍົກສູງຄຸນນະພາບການກໍ່ສ້າງລະຫວ່າງຫວຽດນາມ - ລາວ ຍັງດໍາເນີນງານວາງສະແດງການສຶກສາຫວຽດນາມ ປີ 2019, ດ້ວຍການເຂົ້າຮ່ວມຂອງມະຫາວິທະຍາໄລຫວຽດນາມ 40 ແຫ່ງ.

ໂດຍ: ທະນາພອນ