“ຕູ້ປຶ້ມໃນຫ້ອງຮຽນ” ໂດຍເອື້ອຍຄູ ຫງວຽນທິຮົ່ງເງິນ, ຄູສອນພາສາອັງກິດຂອງໂຮງຮຽນເປັນຜູ້ລິເລີ່ມ. ເພື່ອສ້າງ “ຕູ້ປຶ້ມໃນຫ້ອງຮຽນ”, ເອື້ອຍຄູ ເງິນ ໄດ້ໄປທ້ອງຖິ່ນຕ່າງໆເພື່ອຊອກຮູ້ຮູບແບບຕູ້ປຶ້ມ, ຫໍສະໝຸດຂອງບັນດາໂຮງຮຽນ, ພົບປະກັບບັນດານັກຊ່ຽວຊານເພື່ອໄດ້ຮັບຄໍາປຶກສາ. ພາຍຫຼັງຄົ້ນຄວ້າ, ຊອກຮູ້ໄລຍະໜຶ່ງ, ເອື້ອຍຄູ ຫງວຽນທິຮົ່ງເງິນ ໄດ້ສະເໜີບັນດາອົງການຈັດຕັ້ງ, ເພື່ອນຮ່ວມອາຊີບ, ໝູ່ເພື່ອນ, ນັກສຶກສາເກົ່າສະໜັບສະໜູນ, ບໍລິຈາກ.

ອ້າຍຄູ ຈິ້ງວັນເຫວ້, ຫົວໜ້າອຳນວຍການໂຮງຮຽນມັດທະຍົມຕອນປາຍເລຫຶວຈ໊າກ, ໃຫ້ຮູ້ວ່າ: “ພາຍຫຼັງມີຮູບແບບ “ຕູ້ປຶ້ມໃນຫ້ອງຮຽນ” ແລ້ວ, ໂຮງຮຽນໄດ້ປຸກລະດົມຂະບວນການອ່ານປຶ້ມໃນທົ່ວໂຮງຮຽນດ້ວຍຄໍາຂວັນ “ອ່ານປຶ້ມຊ່ວຍໃຫ້ພວກເຮົາມີຈິດໃຈປອດໃສ, ປັນຍາສະຫຼາດສ່ອງໃສ”. 15 ນາທີຕົ້ນຊົ່ວໂມງຮຽນໃນວັນອັງຄານ, ວັນພຸດ, ວັນພະຫັດຂອງທຸກອາທິດ, ພວກຂ້າພະເຈົ້າຈັດຕັ້ງການອ່ານປຶ້ມລວມ. ຕອນເຊົ້າວັນຈັນ, ສະຫງວນ 25 ນາທີ ເພື່ອໃຫ້ຜູ້ຕາງໜ້າບັນດາຫ້ອງຮຽນວິຈານບັນດານິພົນທີ່ມ່ວນ, ເນື້ອໃນທີ່ມີຄວາມໝາຍ. ຜ່ານນັ້ນຊ່ວຍພວກນ້ອງນ້ອຍມີວິທີສໍາຜັດກັບພູມປັນຍາຢ່າງມີປະສິດທິຜົນ ແລະຝຶກຝົນຫຼໍ່ຫຼອມທັກສະຮຽນເອງໃຫ້ຖືກຕາມທ່າອ່ຽງເຊິ່ງຂະແໜງການສຶກສາພວມມຸ່ງໄປເຖິງແມ່ນ “ສິດສອນຕາມກໍານົດທິດພັດທະນາຄວາມສາມາດໃຫ້ນັກຮຽນ”.

leftcenterrightdel
ເອື້ອຍຄູ ຫງວຽນທິຮົ່ງເງິນ ພ້ອມກັບບັນດານັກຮຽນປຶກສາຫາລືກ່ຽວກັບບັນດານິພົນທີ່ມ່ວນ. ພາບ: ຫງວຽນຈິ໊ຮວ່າ.

ໄລ່ມາຮອດປະຈຸບັນ, 27/27 ຫ້ອງຮຽນຂອງໂຮງຮຽນມັດທະຍົມຕອນປາຍເລຫຶວຈ໊າກ ລ້ວນແຕ່ໄດ້ປະກອບຕູ້ປຶ້ມ. ຕູ້ປຶ້ມແຕ່ລະໜ່ວຍມີປື້ມປະມານ 40-60 ເຫຼັ້ມກ່ຽວກັບວິທະຍາສາດ, ປະຫວັດສາດ, ວັນນະຄະດີ, ພາສາຕ່າງປະເທດ... ຢູ່ແຕ່ລະຫ້ອງຮຽນລ້ວນແຕ່ໄດ້ແບ່ງກຸ່ມຄຸ້ມຄອງ, ມີປຶ້ມບັນທຶກລະຫັດປຶ້ມ, ປຶ້ມບັນທຶກການລົງທະບຽນຢືມປຶ້ມ, ລະບຽບການຕູ້ປຶ້ມ. ນ້ອງ ຟ້າມເກິມລີ, ນັກຮຽນ ມ 11 A, ແບ່ງປັນວ່າ: “ກ່ອນນີ້, ນອກຈາກປຶ້ມຮຽນ, ພວກນ້ອງອ່ານປຶ້ມບໍ່ຫຼາຍ. ປະຈຸບັນມີຕູ້ປຶ້ມໃນຫ້ອງຮຽນດ້ວຍຫຼາຍປະເພດ, ໃຜກໍ່ມັກອ່ານ. ອ່ານປຶ້ມເປັນປະຈໍາຊ່ວຍໃຫ້ພວກນ້ອງມີຄວາມຮູ້ທີ່ມີປະໂຫຍດຫຼາຍກວ່າ ແລະໄດ້ຮັບຜົນແຫ່ງການຮໍ່າຮຽນສູງກວ່າ”.

ນອກຈາກຈັດຕັ້ງການເຄື່ອນໄຫວ “ຕູ້ປຶ້ມໃນຫ້ອງຮຽນ” ຢ່າງມີປະສິດທິຜົນ ແລ້ວ, ເອື້ອຍຄູ ຫງວຽນທິຮົ່ງເງິນ ກໍ່ແມ່ນຜູ້ບໍລິຫານຂອງກຸ່ມ “ໜູນຊ່ວຍເດັກນ້ອຍຊົນນະບົດຮຽນພາສາອັງກິດ”. ກຸ່ມແມ່ນບ່ອນພົບປະຂອງບັນດາຜູ້ທີ່ມີຈິດໃຈ ແລະຄວາມຮູ້ດ້ານພາສາອັງກິດທີ່ມາຈາກທຸກແຖບຖິ່ນຂອງປະເທດຊາດ ແລະຊາວຫວຽດນາມ ອາໄສຢູ່ຕ່າງປະເທດທີ່ຢາກຊ່ວຍເຫຼືອ, ແບ່ງປັນຄວາມຫຍຸ້ງຍາກກັບນັກຮຽນເຂດຊົນນະບົດທີ່ບໍ່ມີເງື່ອນໄຂຮຽນພາສາອັງກິດ. ເອື້ອຍຄູ ເງິນ ແບ່ງປັນວ່າ “ດ້ວຍຄວາມປາດຖະໜາຢາກ ນໍາມາເຊິ່ງຄວາມສະເໝີພາບໃນເງື່ອນໄຂຮໍ່າຮຽນໃຫ້ພວກນ້ອງນັກຮຽນ, ຢູ່ໃສມີຮູບແບບທີ່ດີ, ວິທີເຮັດທີ່ມີວິທະຍາສາດ, ຂ້າພະເຈົ້າກໍ່ພະຍາຍາມຊອກຮູ້ ແລະເລືອກເຟັ້ນ ເພື່ອໝູນໃຊ້ເຂົ້າໃນວິວັດການສິດສອນຂອງຕົນ. ທັງຄູອາຈານ ແລະນັກຮຽນພ້ອມກັນປ່ຽນແປງ, ພ້ອມກັນກ້າວໜ້າ. ຂ້າພະເຈົ້າພວມວາງແຜນການເປີດກວ້າງລະບົບ “ຕູ້ປຶ້ມໃນຫ້ອງຮຽນ” ໃຫ້ກາຍເປັນຫໍສະໝຸດໃນຫ້ອງຮຽນ ເພື່ອແນໃສ່ຕອບສະໜອງຄວາມຕ້ອງການຂອງນັກຮຽນ, ຮັບໃຊ້ວິທີການຮຽນເອງ, ຄົ້ນຄວ້າເອງໃຫ້ແກ່ນັກຮຽນມັດທະຍົມຕອນປາຍ”.

ເຖິງວ່າຈະແມ່ນໂຮງຮຽນຢູ່ເມືອງພູດອຍ, ພື້ນຖານດ້ານວັດຖຸຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມ, ແຕ່ໃນຊຸມປີຜ່ານມາ, ໂຮງຮຽນມັດທະຍົມຕອນປາຍເລຫຶວຈ໊າກ ມີນັກສຶກສາເກັ່ງລະດັບຊາດຫຼາຍຄົນ ແລະບັນລຸໄດ້ຜົນງານສູງເມື່ອເຂົ້າຮ່ວມລາຍການ “ເສັ້ນທາງຂຶ້ນໄປຈອມ Olympia"...

ໂດຍ: ທະນາພອນ