ມີນັກຮຽນເຂົ້າຮ່ວມການສອບເສັງເກືອບ 660 ຄົນ ເຊິ່ງມາຈາກບັນດາປະເທດ ຄື: ອິນໂດເນເຊຍ, ມາເລເຊຍ, ຈີນ, ເນປານ, ຟີລິບປິນ, ຮຸງກາຣີ, ອີຣານ, ມຽນມາ, ໂປໂລຍ, ແອັດສະປາຍ, ໄຕຫວັນ (ຈີນ),  ໄທ, ສະຫະລັດອາຣັບ ເອມີເລັດ (UAE) ແລະ ຫວຽດນາມ. ນັກຮຽນທີ່ເຂົ້າຮ່ວມການສອບເສັງວິຊາດັ່ງກ່າວ ໄດ້ແບ່ງອອກເປັນ 2 ເກນອາຍຸ ຄື: Junior (ນັກຮຽນ ມ3, ມ4) ແລະ senior (ນັກຮຽນ ມ5). ບັນດາຫົວບົດສອບເສັງລ້ວນແຕ່ຖືກແຕ່ງເປັນພາສາອັງກິດ.

leftcenterrightdel
ທ່ານ ຈື໋ຊວນຢຸງ ຫົວໜ້າພະແນກສຶກສາ ແລະກໍ່ສ້າງຮ່າໂນ້ຍ ກ່າວຄໍາເຫັນທີ່ພິທີໄຂ. ພາບ: kinhtedothi.vn

ການສອບເສັງວິຊາຄະນິດສາດຮ່າໂນ້ຍເປີດກວ້າງປີ 2019 ຖືກດໍາເນີນໃນລະຫວ່າງວັນທີ 3 – 5 ເມສາ. ນີ້ແມ່ນຄັ້ງທີ 16  ທີ່ໄດ້ຈັດຕັ້ງການເສັງນີ້ ແລະແມ່ນຄັ້ງທີ 2 ທີ່ມີການເຂົ້າຮ່ວມຂອງບັນດາຄະນະນັກຮຽນສາກົນ.

ແຫຼ່ງຄັດຈາກ: vovworld.vn