ວັນບຸນຝະລັ່ງໂກໂຟນີປີ 2019 ມີຄວາມຟົດຟື້ນມ່ວນຊື່ນ
ກປ.ອອນໄລ - ວັນທີ 17 ມີນາ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນໂຮ່ຈີມິນ, ສະມາຄົມມິດຕະພາບຫວຽດນາມ-ຝະລັ່ງ, ພະແນກສຶກສາ ແລະກໍ່ສ້າງນະຄອນໂຮ່ຈີມິນ ໄດ້ສົມທົບກັນຈັດຕັ້ງວັນບຸນຝະລັ່ງໂກໂຟນີປີ 2019, ດ້ວຍຫົວຂໍ້ “ຈົ່ງເວົ້າພາສາຝະລັ່ງ” ຢູ່ສວນພຶດສາຊາດ, ເມືອງ 1.
ວັນບຸນໄດ້ດຶງດູດການເຂົ້າຮ່ວມຂອງນັກຮຽນ, ນັກສຶກສາບັນດາຊຸດຮຽນພາສາຝະລັ່ງ ແລະຄູອາຈານສອນພາສາຝະລັ່ງ, ບັນດາສະໂມສອນ, ສະມາຄົມ, ກຸ່ມທີ່ໃຊ້ພາສາຝະລັ່ງ ກວ່າ 5.000 ຄົນ, ດ້ວຍບັນດາກິດຈະກໍາທີ່ມີຄວາມໝາຍ, ຄື: ຈັດຕັ້ງຮ້ານວາງສະແດງ, ແນະນໍາບັນດາລາຍການຮຽນພາສາຝະລັ່ງແຕ່ຂັ້ນປະຖົມຈົນຮອດຂັ້ນມະຫາວິທະຍາໄລຢູ່ນະຄອນໂຮ່ຈີມິນ ມີການສິດສອນພາສາຝະລັ່ງ; ຈັດຕັ້ງບັນດາຮ້ານວາງຂາຍ, ແນະນໍາກ່ຽວກັບອາຫານການກິນ, ວັດທະນະທໍາ, ສິລະປະຝະລັ່ງ...
|
|
ບັນຍາກາດທີ່ວັນບຸນຝະລັ່ງໂກໂຟນີ ຢູ່ນະຄອນໂຮ່ຈີມິນ. ພາບ: hcmcpv.org.vn. |
ຄະນະຈັດຕັ້ງຍັງໄດ້ສາຍບັນດາຮູບເງົາຂອງຝະລັ່ງ, ຈັດກອງປະຊຸມສໍາມະນາສ້າງໂຄງການ “ເຄືອຂ່າຍສາກົນບັນດາສູນເຕັກນິກດີຈີຕອນຂະແໜງກະສິກໍາ-ເຕັກໂນໂລຢີຊີວະສາດ” ແລະມອບທຶນສຶກສາ 18 ທຶນໃຫ້ບັນດານັກຮຽນຍາດໄດ້ລາງວັນສູງໃນການສອບເສັງນັກຮຽນເກັ່ງລະດັບຊາດ ແລະນັກຮຽນເກັ່ງພາສາຝະລັ່ງ.
ໂດຍ: ກວຽດເຕິມ