ສົກຮຽນ 2018-2019, ໂຮງຮຽນຫຼັງດັ່ງກ່າວມີຫ້ອງຮຽນ 17 ຫ້ອງ, ມີພະນັກງານ, ຄູອາຈານ, ພາລະກອນ 27 ຄົນ ແລະນັກຮຽນກວ່າ 470 ຄົນ. ໂຮງຮຽນມີເນື້ອທີ່ເກືອບ 8.000m2, ມີ 3 ຕຶກສອງຊັ້ນເປັນຮູບຕົວ U, ໃຫຍ່ໂຕໂອໂຖງ,  ສະອາດ, ສວຍງາມພ້ອມກັບລະບົບສວນດອກໄມ້, ຕົ້ນໄມ້ປະດັບປະດາ, ເຂດລະຫຼິ້ນ...

leftcenterrightdel
ພວກນ້ອງນັກຮຽນຊອກຮູ້ຄວາມຮູ້ຜ່ານປຶ້ມ, ໜັງສືພິມ. ພາບ: qdnd.vn.
leftcenterrightdel
ນັກຮຽນຮຽນພາສາອັງກິດກັບບັນດາຮູບພາບທີ່ມີຊີວິດຊີວາຜ່ານເຄື່ອງສາຍ. ພາບ: qdnd.vn.
leftcenterrightdel
ອ້າຍຄູ ມາກດິ່ງທວນ, ຮອງຫົວໜ້າໂຮງຮຽນພ້ອມກັບບັນດານັກຮຽນໃນເວລາເລີກຫຼິ້ນ. ພາບ: qdnd.vn.

ຫຼາຍປີຜ່ານມາ, ໂຮງຮຽນປະຖົມແທັງເຊີນ ເປັນຈຸດພົ້ນເດັ່ນຂອງຂະແໜງສຶກສາເມືອງແທັງຮ່າ. ໂຮງຮຽນມີຄູອາຈານບັນລຸມາດຕະຖານ ແລະເໜືອມາດຕະຖານ 100%, ໃນນັ້ນມີຄູອາຈານສອນເກັ່ງຂັ້ນເມືອງ, ຂັ້ນແຂວງ ກວມເອົາ 40%. ບໍ່ພຽງແຕ່ບັນລຸໄດ້ຫຼາຍຜົນງານໃນການສອບເສັງ, ການພົບປະແລກປ່ຽນຕ່າງໆລະຫວ່າງບັນດາໂຮງຮຽນໃນເມືອງເທົ່ານັ້ນ, ນັບແຕ່ປີ 2012 ມາຮອດປະຈຸບັນ, ໂຮງຮຽນ ຍາມໃດກໍບັນລຸໄດ້ນາມມະຍົດໝູ່ຄະນະອອກແຮງງານດີເດັ່ນ, ໜ່ວຍພັກປອດໃສ, ເຂັ້ມແຂງ. ເອື້ອຍຄູ ຫງວຽນທິທູຮວ່ຽນ, ຫົວໜ້າໂຮງຮຽນໃຫ້ຮູ້ວ່າ: ໂດຍມີຄວາມເອກອ້າງທະນົງໃຈຕໍ່ມູນເຊື້ອເກືອບ 60 ປີແຫ່ງການກໍ່ສ້າງ, ເຕີບໃຫຍ່ ແລະບັນດາຜົນງານອັນດີງາມ ເຊິ່ງຄູອາຈານ ແລະນັກຮຽນຮຸ່ນຕ່າງໆບັນລຸໄດ້, ຄູອາຈານ ແລະນັກຮຽນຮຸ່ນປະຈຸບັນໄດ້ຕັດສິນໃຈສູ້ຊົນສອນດີ, ຮຽນເກັ່ງ, ສົມເປັນໜຶ່ງໃນບັນດາຄັນທຸງນຳໜ້າກ່ຽວກັບການສຶກສາຂັ້ນປະຖົມຂອງເມືອງ.

ໂດຍ: ບົວພອນ