ທີ່ລາຍການ, ບັນດາເຈົ້າແຂວງຂອງປະເທດເພື່ອນມິດໄດ້ເຕື້ອງເຖິງເລື່ອງຫວຽດນາມ ໜູນຊ່ວຍການບໍາລຸງສ້າງການສຶກສາຂັ້ນມະຫາວິທະຍາໄລໃຫ້ລູກຫຼານທີ່ມາຈາກລາວ ແລະກໍາປູເຈຍ ດ້ວຍຄວາມເຄົາລົບນັບຖື ແລະຮູ້ບຸນຄຸນ. ປະຈຸບັນ, ສະເພາະຢູ່ແຂວງກອນຕູມ, ມີນັກສຶກສາລາວ 79 ຄົນ ແລະນັກສຶກສາກໍາປູເຈຍ 24 ຄົນພວມໄດ້ຮັບທຶນການສຶກສາຂອງແຂວງ.

leftcenterrightdel
ນັກສຶກສາລາວຢູ່ຫໍພັກນັກສຶກສາມະຫາວິທະຍາໄລ ດ່ານັ້ງ ສາຂາແຂວງກອນຕູມ. ພາບ: ເລວັນເຈືອງ.

ໂຮງຮຽນມະຫາວິທະຍາໄລ ດ່ານັ້ງ ສາຂາແຂວງກອນຕູມ ພາຍຫຼັງ 11 ໂມງທ່ຽງ, ນ້ອງ Phanmaka ທີ່ມາຈາກແຂວງຈໍາປາສັກ (ລາວ) ພວມພ້ອມກັບໝູ່ເພື່ອນແຕ່ງກິນ, ເພື່ອຕອນບ່າຍສືບຕໍ່ໄປຮຽນ. ນັກສຶກສາສອງຄົນນີ້ເວົ້າພາສາຫວຽດ, ໂດຍໃຫ້ຮູ້ວ່າພວກນ້ອງພວມຮຽນຢູ່ປີທີໜຶ່ງວິຊາກົດໝາຍວ່າດ້ວຍເສດຖະກິດ ແລະທະນາຄານ. ຄວາມຫຍຸ້ງຍາກທໍາອິດ ເຊິ່ງບັນດານັກສຶກສາຕ້ອງຜ່ານຜ່າ, ນັ້ນແມ່ນການຟັງ, ການເວົ້າ ແລະການຂຽນພາສາຫວຽດນາມຢ່າງຄ່ອງແຄ້ວ ຈຶ່ງສາມາດຮັບເອົາບົດສອນຈາກຄູອາຈານຢູ່ເທິງຫ້ອງຮຽນໄດ້.

ທ່ານ ຫງວຽນດຶກແທັງ, ຫົວໜ້າຂະແໜງສຶກສາພາກປົກກະຕິສັງກັດພະແນກສຶກສາ ແລະກໍ່ສ້າງແຂວງກອນຕູມ ໃຫ້ຮູ້ວ່າ, ນັບແຕ່ປີ 2015 ມາຮອດປະຈຸບັນ, ແຂວງກອນຕູມ ໄດ້ໜູນຊ່ວຍທຶນການສຶກສາໃຫ້ 4 ແຂວງພາກໃຕ້ຂອງລາວ, ແຕ່ລະປີແມ່ນ 5 ທຶນ/ແຂວງ; ສອງແຂວງພາກຕາເວັນອອກສ່ຽງເໜືອຂອງກໍາປູເຈຍ ກໍ່ມີນັກສຶກສາມາຮຽນ. ໄລ່ມາຮອດປະຈຸບັນ, ຈໍານວນນັກສຶກສາລາວ ແລະກໍາປູເຈຍ ພວມໄດ້ຮັບທຶນການສຶກສາຂອງແຂວງກອນຕູມ ແມ່ນ 103 ຄົນ.

ປະຈຸບັນ, ມີນັກສຶກສາລາວ 79 ຄົນ ແລະນັກສຶກສາກໍາປູເຈຍ 24 ຄົນພວມຮ່ຳຮຽນຢູ່ມະຫາວິທະຍາໄລ ດ່ານັ້ງ ສາຂາແຂວງກອນຕູມ. ເມື່ອເວລາທີ່ພວກນ້ອງມາຮຽນຢູ່ຫວຽດນາມນັ້ນຕ້ອງໄດ້ກຽມພາສາຫວຽດນາມ 1 ປີ ຫຼັງຈາກນັ້ນຈຶ່ງໄດ້ເຂົ້າຮຽນຢູ່ມະຫາວິທະຍາໄລ. ຫຼັກສູດຮຽນພາສາຫວຽດນາມໄດ້ຈັດຕັ້ງສິດສອນຢູ່ວິທະຍາໄລປະຊາຄົມ. ຄ່າໃຊ້ຈ່າຍທຶນການສຶກສາໃຫ້ແຕ່ລະຄົນທັງໝົດແມ່ນ 42 ລ້ານດົ່ງ/ປີ. ເງື່ອນໄຂຂອງແຂວງກອນຕູມ ຍັງທຸກຍາກ ແລະມີຄວາມຫຍຸ້ງຍາກຫຼາຍຢ່າງ, ແຕ່ເລີ່ມຕົ້ນຈາກນໍ້າໃຈມິດຕະພາບ, ການຮ່ວມມືຊ່ວຍປະເທດເພື່ອນມິດ ສະນັ້ນທ້ອງຖິ່ນ ແລະຂະແໜງສຶກສາຍາມໃດກໍ່ຕ້ອງພະຍາຍາມ.

ທ່ານ ຫງວຽນວັນຮວ່າ, ປະທານຄະນະກໍາມະການປະຊາຊົນແຂວງກອນຕູມ ໃຫ້ຮູ້ວ່າ, ປະຈຸບັນແຂວງພວມໜູນຊ່ວຍທຶນການສຶກສາໃຫ້ນັກສຶກສາລາວ ແລະກໍາປູເຈຍ. ກ່ຽວກັບທ່າໄດ້ປຽບນັ້ນທ້ອງຖິ່ນມີສາຂາຂອງໂຮງຮຽນມະຫາວິທະຍາໄລ ດ່ານັ້ງ ແລະພວມກໍ່ສ້າງຫຼາຍຂະແໜງອີກ. ກ່ຽວກັບທຶນການສຶກສານັ້ນໄດ້ມອບໃຫ້ພວກນ້ອງເປັນຊົ່ວຄາວຍ້ອນແຂວງຍັງທຸກຍາກຢູ່. ບັນຫານີ້ຕ້ອງມີນະໂຍບາຍຂັ້ນລະດັບຊາດ ແລະທ້ອງຖິ່ນໄດ້ຮັບຮອງເອົາຈຳນວນພວກນ້ອງນັກສຶກສາທີ່ພວມຮໍ່າຮຽນ ເພື່ອແນະນໍາໃຫ້ບັນດາເພື່ອນຢູ່ລາວ, ກໍາປູເຈຍ ຮູ້ຈັກ. ເພາະວ່າຖ້ານັກສຶກສາຢູ່ບັນດາເມືອງໃກ້ກັບຫວຽດນາມ ມາຮຽນຢູ່ກອນຕູມ, ຄ່າໃຊ້ຈ່າຍຖືກກວ່າເມື່ອທຽບໃສ່ເລື່ອງຮຽນຢູ່ນະຄອນຫຼວງພະນົມເປັນ ຫຼື ວຽງຈັນ.

ໂດຍ: ເຈິ່ນຮວ່ຽນ