leftcenterrightdel
ພາບປະກອບຄັດຈາກ: thuvienquandoi.vn.

ດ້ວຍເອກະສານເກືອບ 100 ຢ່າງໃນຈໍານວນບັນດາເອກະສານຂຽນກ່ຽວກັບຫົວເລື່ອງນີ້ໄດ້ເກັບຮັກສາໄວ້ຢູ່ຫໍສະໝຸດກອງທັບ, ການຈັດງານວາງສະແດງປື້ມໄດ້ຊ່ວຍໃຫ້ເພື່ອນຜູ້ອ່ານມີມູມມອງໂດຍສັງເຂບກ່ຽວກັບສົງຄາມປົກປັກຮັກສາປະເທດຊາດຢູ່ຊາຍແດນໄຕນາມ, ນໍ້າໃຈສາມັກຄີສູ້ຮົບບໍລິສຸດຜຸດຜ່ອງລະຫວ່າງປະຊາຊົນສອງປະເທດຫວຽດນາມ-ກໍາປູເຈຍ; ການຊ່ວຍເຫຼືອສຸດອົກສຸດໃຈ, ການເສຍສະຫຼະຊີວິດຢ່າງພິລະອາດຫານຂອງທະຫານອາສາສະໝັກ ແລະພະນັກງານ, ນັກຊ່ຽວຊານຫວຽດນາມ ເພື່ອເອກະລາດ, ເສລີພາບ, ເພື່ອຊາຕາກຳລວມ ແລະນໍ້າໃຈມິດຕະພາບ, ຄວາມສາມັກຄີຂອງສອງປະເທດຫວຽດນາມ-ກໍາປູເຈຍ; ເພື່ອສັນຕິພາບ, ສະຖຽນລະພາບ ແລະພັດທະນາຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະໃນໂລກ.

ປື້ມໄດ້ວາງສະແດງຢູ່ຫໍສະໝຸດກອງທັບ, ເຮືອນເລກທີ 83 ລີ໋ນາມເດ໋, ຮວ່ານກ໊ຽມ, ຮ່າໂນ້ຍ ເຖິງວັນທີ 30 ມັງກອນ 2019.

ໂດຍ: ຄໍາແພງ