ລາຍການດັ່ງກ່າວມີການເຂົ້າຮ່ວມຂອງ 200 ກວ່າຄົນທີ່ມາຈາກ 25 ວົງຄະນາຍາດບັນດາເຜົ່າໃນ 14 ແຂວງ, ນະຄອນທີ່ຕາງໜ້າໃຫ້ບັນດາເຜົ່າ ແລະເຂດພາກ, ຄື: ເຜົ່າຜູ້ໄທ, ແຂວງເຊີນລາ; ຊາວຈໍາບາລາມົນ, ແຂວງ ນິງທ້ວນ;...

leftcenterrightdel
ພາບປະກອບຄັດຈາກ baovanhoa.vn.

ໃນຂອບເຂດຂອງວັນບຸນ, ຈະຈັດຕັ້ງການເຄື່ອນໄຫວຫຼາຍຢ່າງ, ຄື: ລາຍການ “ຂັບຮ້ອງບົດເພງຊົມເຊີຍພັກອັນສະຫງ່າລາສີ-ຊົມເຊີຍລະດູບານໃໝ່ຂອງປະເທດ”; ວາດພາບງານບຸນວິຫານທາດ (ພິທີກາເຕ) ໂດຍພໍ່ແມ່ປະຊາຊົນເຜົ່າຈຳບາລາມົນ ແຂວງ ນິງທ້ວນ ປະຕິບັດ; ງານບຸນລະດູບານໃໝ່ຂອງພໍ່ແມ່ປະຊາຊົນເຜົ່າຜູ້ໄທ;...

ທີ່ວັນບຸນ, ພໍ່ແມ່ປະຊາຊົນເຜົ່າຜູ້ໄທຢູ່ແຂວງ ເຊີນລາ ຈະແນະນຳບັນດາມໍລະດົກວັດທະນະທຳນາມມະທໍາ “ສິລະປະຟ້ອນແຊ່” ທີ່ UNESCO ຮັບຮອງເປັນມໍລະດົກວັດທະນະທຳນາມມະທໍາຂອງມວນມະນຸດ.

ໂດຍ: ທະນາພອນ