ງານບຸນຈະດໍາເນີນໄປຈົນຮອດວັນທີ 26 ມັງກອນ ດ້ວຍຫຼາຍການເຄື່ອນໄຫວຕ້ອນຮັບລະດູບານໃໝ່ທີ່ເຂັ້ມຂຸ້ນໄປດ້ວຍສີສັນຊາດ, ແຜ່ຂະຫຍາຍພາບພົດອັນດີງາມກ່ຽວກັບລະດູບານໃໝ່ທີ່ສະຫງົບສຸກຢູ່ນະຄອນໂຮ່ຈີມິນ.  ງານບຸນ ລວມມີກິດຈະກຳເຄື່ອນໄຫວຕ່າງໆ ຄື: ວາດພາບສະຖານທີ່ຂຽນຕົວໜັງສືຈີນ, ແຕ້ມພາບ, ແກະສະຫຼັກເຄື່ອງຫັດຖະກຳສິລະປະ, ສະແດງຊຸດເສື້ອຍາວ, ອາຫານການກິນ... ນອກຈາກນີ້ຍັງມີລາຍການສະແດງສິລະປະທີ່ເປັນເອກະລັກສະເພາະ ຄື: ລາຍການສະແດງຟ້ອນສິງໂຕ, ຟ້ອນມັງກອນ,  ງານດົນຕີ...

leftcenterrightdel
ບັນຍາກາດຄຶກຄື້ນ ທີ່ພິທີໄຂງານບຸນເຕັດຫວຽດນາມ ປີເຖາະ 2023. ພາບ: qdnd.vn
leftcenterrightdel
ມອບຂອງຂວັນໃຫ້ພວກນ້ອງນ້ອຍ ທີ່ປະສົບກັບຄວາມຫຍຸ້ງຍາກ. ພາບ: qdnd.vn

ໃນໂອກາດນີ້,  ຄະນະຊາວໜຸ່ມນະຄອນໂຮ່ຈີມິນ, ຫໍວັດທະນະທໍາຊາວໜຸ່ມນະຄອນ ຍັງໄດ້ສົມທົບກັບຫົວໜ່ວຍຕ່າງໆ ຈັດຕັ້ງການເຄື່ອນໄຫວອາສາສະໝັັກ, ເບິ່ງແຍງດູແລບຸນເຕັດໃຫ້ແກ່ເດັກນ້ອຍ, ນັກສຶກສາ, ຊາວຜູ້ອອກແຮງງານ ທີ່ປະສົບກັບຄວາມຫຍຸ້ງຍາກ.

ໂດຍ: ທູຈາງ