54 ກອງຟ້ອນທີ່ມາຈາກບັນດາແຂວງ: ບ່າເຣ໊ຍ-ຫວູງເຕົ່າ, ລອງອານ, ຕ່ຽນຢາງ, ນະຄອນໂຮ່ຈີມິນ, ກຽນຢາງ, ອານຢາງ, ດົ່ງທາບ, ດົ່ງນາຍ, ເລີມດົ່ງ, ບິ່ງເຢືອງ... ໄດ້ສະແດງຮັບໃຊ້ປະຊາຊົນ. ບັນດາລາຍການທີ່ເປັນເອກະລັກສະເພາະ, ວາດພາບຮູບພາບມັງກອນເຫີນ, ສະແດງໃຫ້ເຫັນຄວາມຕັດສິນໃຈບືນຕົວຂຶ້ນຂອງຫວຽດນາມ.

leftcenterrightdel
ລາຍການຟ້ອນສິງໂຕ, ຟ້ອນມັງກອນ ຢູ່ນະຄອນຫວູງເຕົ່າ. ພາບ: dulich.laodong.vn

ກ່ອນໜ້ານັ້ນ, 54 ກອງຟ້ອນສິງໂຕ, ຟ້ອນມັງກອນ ພ້ອມດ້ວຍນັກຮຽນມວຍ 1.200 ຄົນ ໄດ້ເດີນຂະບວນຢູ່ຕາມທ້ອງຖະໜົ້ນຂອງນະຄອນຫວູງເຕົ່າ. ການຟ້ອນສິງໂຕ, ຟ້ອນມັງກອນ ໄດ້ປະກອບສ່ວນອະນຸລັກຮັກສາ ແລະພັດທະນາການເຄື່ອນໄຫວວັດທະນະທໍາທີ່ເປັນມູນເຊື້ອໃນບໍລິເວນແຂວງບ່າເຣ໊ຍ-ຫວູງເຕົ່າ.

ໂດຍ: ທູຈາງ