ດ້ວຍຫົວຂໍ້ “ສີສັນວັດທະນະທໍາບັນດາເຜົ່າເຂດຕາເວັນຕົກສ່ຽງເໜືອ”, ວັນບຸນວັດທະນະທຳ, ກິລາ ແລະທ່ອງທ່ຽວບັນດາເຜົ່າເຂດຕາເວັນຕົກສ່ຽງເໜືອ ຄັ້ງທີ 15 ປີ 2022 ໄດ້ເຕົ້າໂຮມເອົານັກສິລະປິນ, ນັກສິລະປະ, ນັກສະແດງ, ນັກກິລາ, ພໍ່ແມ່ປະຊາຊົນບັນດາເຜົ່າຢູ່ເຂດຕາເວັນຕົກສ່ຽງເໜືອ ເປັນຈໍານວນຫຼວງຫຼາຍ.

leftcenterrightdel
ຄະນະຈັດຕັ້ງ ມອບທຸງທີ່ລະນຶກໃຫ້ບັນດາຄະນະເຂົ້າຮ່ວມວັນບຸນ. ພາບ: qdnd.vn

ກ່າວຄໍາເຫັນທີ່ພິທີ, ທ່ານ ຫງວຽນວັນຮຸ່ງ, ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວ ຢັ້ງຢືນວ່າ: “ວັນບຸນແມ່ນໂອກາດຍ້ອງຍໍຊົມເຊີຍ ແລະໂຄສະນາເຜີຍແຜ່ບັນດາຄຸນຄ່າວັດທະນະທໍາທີ່ເປັນເອກະລັກສະເພາະຂອງພໍ່ແມ່ປະຊາຊົນບັນດາເຜົ່າຢູ່ເຂດຕາເວັນຕົກສ່ຽງເໜືອ ໃຫ້ປະຊາຊົນ ແລະນັກທ່ອງທ່ຽວສາກົນ, ປະກອບສ່ວນເສີມຂະຫຍາຍຄຸນຄ່າວັດທະນະທໍາທີ່ເປັນມູນເຊື້ອຕິດພັນກັບການພັດທະນາການທ່ອງທ່ຽວ, ສ້າງທ່າໃຫ້ການພັດທະນາເສດຖະກິດ-ສັງຄົມ ຢູ່ບັນດາທ້ອງຖິ່ນ”.

leftcenterrightdel
ລາຍການສະແດງສິລະປະ ທີ່ພິທີໄຂວັນບຸນ. ພາບ: qdnd.vn

ໃນຂອບເຂດວັນບຸນ ໄດ້ດໍາເນີນລາຍການ Farmtrip ທີ່ສະຫງວນໃຫ້ບັນດາບໍລິສັດທ່ອງທ່ຽວໄປສໍາຫຼວດການທ່ອງທ່ຽວຢູ່ແຂວງຝູເທາະ. ຄະນະຈັດຕັ້ງຍັງສ້າງ ແລະຈັດຕັ້ງລາຍການນຳພາຄະນະຜູ້ແທນຂອງບັນດາແຂວງໄປເຂົ້າຮ່ວມວັນບຸນສໍາຫຼວດ, ຢ້ຽມຊົມບັນດາປູຊະນີຍະສະຖານປະຫວັດສາດ, ສະຖານທີ່ທ່ອງທ່ຽວໃນບໍລິເວນ, ຈັດຕັ້ງການວາງສະແດງ “ຮູບພາບທ່ອງທ່ຽວເຂດຕາເວັນຕົກສ່ຽງເໜືອ ທີ່ສວຍງາມ” ປີ 2022.

ໂດຍ: ທູຈາງ