leftcenterrightdel
ຊຸດເສື້ອຍາວທີ່ສວຍງາມຂອງແມ່ຍິງຫວຽດນາມ. ພາບ: ບ໊າວຍີ

ລາຍການແມ່ນເພື່ອເຊີດຊູຊຸດເສື້ອຍາວອັນເປັນປະເພນີຂອງຊາດປະກອບສ່ວນສ້າງຄວາມດູດດື່ມສຳລັບແຂກທ່ອງທ່ຽວເມື່ອມາຢາມນະຄອນຫຼວງຮ່າໂນ້ຍ. ງານບຸນເສື້ອຍາວທ່ອງທ່ຽວຮ່າໂນ້ຍ 2022 ຖືກຈັດຂຶ້ນໃນສາມວັນ ແຕ່ວັນທີ 2 ຫາວັນທີ 4 ທັນວາ ຢູ່ບໍລິເວນຖະໜົນຍ່າງອ້ອມໜອງຮວ່ານກ໊ຽມ ຖະໜົນຫ່າງໃຄ, ຖະໜົນຫ່າງບ່າຍ ແລະບໍລິເວນອະນຸສາວະລີຫຼີຖາຍໂຕ໋. ພິທີໄຂຈະດຳເນີນໃນຕອນຄ່ຳວັນທີ 2 ທັນວາ ເຊິ່ງແມ່ນການປະສານສົມທົບສະແດງຊຸດເສື້ອຍາວຂອງສາມພາກເໜືອ - ພາກກາງ - ພາກໃຕ້ ຂອງ ຮ່າໂນ້ຍ - ເຫວ້  - ນະຄອນໂຮ່ຈີມິນ.  ທີ່ງານບຸນເສື້ອຍາວທ່ອງທ່ຽວຮ່າໂນ້ຍ  2022, ຄະນະຈັດຕັ້ງ ກໍ່ໄດ້ຈັດແຈງ 50 ຮ້ານວາງສະແດງບັນລຸມາດຕະຖານດ້ວຍສີສັນຫຼາກຫຼາຍ ຖືກຈັດສັນຢູ່ຕາມຖະໜົນດິງຕຽນຮວ່າງ.

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ