leftcenterrightdel
ລາຍການສະແດງສິລະປະທີ່ພິທີໄຂງານບຸນດອກບັກວິດ   “ພະລັງຊີວິດເຂດພູພຽງຫີນ”. ພາບ: ຢຸຍຕວ໊ນ

ດ້ວຍຫົວຂໍ້ “ພະລັງຊີວິດເຂດພູພຽງຫີນ” ງານບຸນດອກບັກວິດ ແນໃສ່ໂຄສະນາ ແລະຊຸກຍູ້ການທ່ອງທ່ຽວໃນແຂວງຮ່າຢາງ. ມາຮ່ວມງານບຸນແຂກທ່ອງທ່ຽວ ຈະໄດ້ຮັບຊົມຄວາມງາມຂອງດອກບັກວິດ ນອກຈາກນັ້ນກໍ່ຍັງຈະໄດ້ຢ້ຽມຊົມຄົ້ນຫາຄວາມເປັນເອກະລັກສະເພາະຂອງວັດທະນະທຳ ແລະປະຊາຊົນຢູ່ເຂດພູພຽງຫີນດົ່ງວັນ ທີ່ໃຫຍ່ໂຕມະໂຫຖານ.  ກ່າວຄຳເຫັນທີ່ພິທີ, ທ່ານປະທານຄະນະກຳມະການປະຊາຊົນແຂວງຮ່າຢາງ ຫງວຽນວັນເຊີນ ເນັ້ນໜັກວ່າ ນີ້ແມ່ນເຫດການວັດທະນະທຳທ່ອງທ່ຽວທີ່ສຳຄັນ ແນໃສ່ເຊີດຊູຄວາມງາມ ຂອງດອກໄມ້ທີ່ເປັນເອກະລັກສະເພາະຢູ່ເຂດພູພຽງຫີນ ແລະແຜ່ກະຈາຍບັນດາຄຸນຄ່າທີ່ເປັນເອກະລັກ,  ບັນດາຮູບພາບທີ່ສວຍງາມກ່ຽວກັບທຳມະຊາດ, ປະຊາຊົນ, ວັດທະນະທຳ, ຄວາມຄາດຫວັງບືນຕົວຂຶ້ນຂອງພໍ່ແມ່ພີ່ນ້ອງບັນດາເຜົ່າໃນແຂວງຮ່າຢາງ.

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ