leftcenterrightdel
ຜູ້ແທນຖ່າຍຮູບຢູ່ຮ້ານວາງສະແດງຂອງຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ວັນທີ 22 ພະຈິກ, ຢູ່ສຳນັກງານຫ້ອງວ່າການ ສປຊ ປະຈຳ ເຊີແນວ, ປະເທດ ສະວິດ, ຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ອົງການການຄ້າໂລກ ແລະ ບັນດາອົງການຈັດຕັ້ງສາກົນອື່ນໆຢູ່ ເຊີແນວ ໄດ້ເຂົ້າຮ່ວມງານຕະຫຼາດນັດສາກົນ UN Bazaar 2022 ໂດຍສະຫະພັນແມ່ຍິງ ສປຊ (UNWG) ຈັດຂຶ້ນ ເພື່ອລະດົມທຶນຊ່ວຍເຫຼືອເດັກຜູ້ປະສົບກັບຄວາມຫຍຸ້ງຍາກໃນທົ່ວໂລກ, ໃນນັ້ນ ມີເດັກນ້ອຍ ຫວຽດນາມ. ຢູ່ທີ່ນີ້, ຄະນະຜູ້ຕາງໜ້າຫວຽດນາມ ໄດ້ແນະນຳກັບເພື່ອນມິດສາກົນບັນດາຜະລິດຕະພັນສິລະປະກຳຫັດຖະກຳທີ່ເປັນເອກະລັກສະເພາະ ແລະບັນດາເຍື່ອງອາຫານທີ່ເຂັ້ມຂຸ້ນໄປດ້ວຍສີສັນຂອງວັດທະນະທຳຫວຽດນາມ; ຈັດງານວາງສະແດງພາບແຕ້ມ 15 ແຜ່ນຂອງນັກຊ່ຽວຊານ ຟ້າມນາມກິມ, ອະດີດຜູ້ອຳນວຍການທະນາຄານ ລັດ Vaud, ສະວິດ.

ໂດຍ: ວິທະຍຸກະຈາຍສຽງຫວຽດນາມ