ງານມະໂຫລານສະແດງຊຸດອາພອນປະຈໍາເຜົ່າເຂດພາກເໜືອ ຄັ້ງທີ I ມີການເຂົ້າຮ່ວມຂອງນັກສິລະປິນ, ນັກສະແດງສະໝັກຫຼິ້ນ ພ້ອມກັບຊາວເຜົ່າສ່ວນນ້ອຍ 600 ຄົນ ທີ່ມາຈາກ 17 ແຂວງ, ນະຄອນຢູ່ເຂດພາກເໜີອ ໄດ້ດໍາເນີນປະະສົບຜົນສໍາເລັດຢ່າງຈົບງາມ. ດ້ວຍຫົວຂໍ້ “ສີສັນຊຸດອາພອນປະຈໍາເຜົ່າເຂດພາກເໜືອ ໃນໄລຍະເຊື່ອມໂຍງ ແລະພັດທະນາ”, ງານມະໂຫລານ ໄດ້ນໍາມາເຊິ່ງພະລັງຊີວິດໃໝ່ຂອງສີສັນວັດທະນະທໍາ, ສະຕິເອກອ້າງທະນົງໃຈ, ເຊີດຊູຄຸນຄ່າວັດທະນະທໍາຂອງຊຸດອາພອນປະຈໍາເຜົ່າ.

leftcenterrightdel
ຄະນະຈັດຕັ້ງ ມອບລາງວັນສະແດງຊຸດອາພອນປະຈໍາເຜົ່າ ໃຫ້ບັນດາຄະນະເຂົ້າຮ່ວມ. ພາບ: qdnd.vn

ທີ່ພິທີອັດ ໄດ້ດໍາເນີນລາຍການສະແດງສິລະປະ, ຄະນະຈັດຕັ້ງ ໄດ້ມອບ 20 ລາງວັນ A, 25 ລາງວັນ B và 20 ລາງວັນ C ໃຫ້ບັນດາຄະນະເຂົ້າຮ່ວມງານມະໂຫລານ ດ້ວຍການສະແດງຊຸດອາພອນປະຈໍາເຜົ່າ.

ໂດຍ: ທູຈາງ