leftcenterrightdel
ກອງປະຊຸມສຳມະນາ ແນະນຳກ່ຽວກັບວັດທະນະທຳ ແລະການທ່ອງທ່ຽວຫວຽດນາມ ຢູ່ ນະຄອນຫຼວງກົວລາລຳເປີ. ພາບ: ສໍານັກຂ່າວສານຫວຽດນາມ

ຢູ່ທີ່ນີ້, ທ່ານເອກອັກຄະລັດຖະທູດ ເຈິ່ນຫວຽດຖາຍ ໄດ້ເນັ້ນໜັກວ່າ ກອງປະຊຸມສຳມະນາບໍ່ພຽງແຕ່ແນະນຳວັດທະນະທຳ, ປະເທດຊາດ ແລະຊາວຫວຽດນາມເທົ່ານັ້ນ, ແຕ່ຍັງແບ່ງປັນຂໍ້ມູນຂ່າວສານອັບເດດກ່ຽວກັບລະບຽບຂັ້ນຕອນການເຂົ້າປະເທດຫວຽດນາມ, ແນໃສ່ດຶງດູດຊາວຕ່າງປະເທດເວົ້າລວມ ແລະຄົນມາເລເຊຍ ເວົ້າສະເພາະ ເຂົ້າມາຢ້ຽມຢາມຫວຽດນາມ. ພິເສດ, ເຫດການນີ້ກໍ່ແມ່ນໂອກາດເພື່ອໃຫ້ວິສາຫະກິດສອງປະເທດ ໄດ້ເຊື່ອມຕໍ່ ແລະລົງນາມບັນດາສັນຍາການຮ່ວມມືຕ່າງໆ ກ່ຽວກັບການທ່ອງທ່ຽວໃນອະນາຄົດ, ຜ່ານນັ້ນ, ຊ່ວຍຟື້ນຟູຂະແໜງທ່ອງທ່ຽວຂອງສອງປະເທດ ແລະຮັດແໜ້ນການພົວພັນອັນດີງາມຂອງຫວຽດນາມ-ມາເລເຊຍ ຂຶ້ນກວ່າເກົ່າ.

ທ່ານນາງ Cynthia Tan ຮອງປະທານ MATTA  ປາດຖະໜາວ່າ ພ້ອມກັບການຕົກລົງເປີດສາຍການບິນ ກົວລາລຳເປີ-ດານັ໊ງ ນັ້ນ, ເຊິ່ງຈຳນວນນັກທ່ອງທ່ຽວຈາກມາເລເຊຍ ເຂົ້າມາຫວຽດນາມ ຈະນັບມື້ນັບຫຼາຍຂຶ້ນ. ທ່ານນາງໄດ້ຢືນຢັນໃນໄລຍະຈະມາເຖິງ, MATTA ຈະສົ່ງເສີມການຂຸດຄົ້ນຕະຫຼາດການທ່ອງທ່ຽວຫວຽດນາມ ຢ່າງມີປະສິດທິຜົນ ຜ່ານບັນດາຜູ້ຈຳໜ່າຍຂອງ MATTA ທີ່ມີໜ້າຢູ່ 13 ລັດ ຂອງມາເລເຊຍ.

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ