leftcenterrightdel
ນັກຮຽນ ຢ້ຽມຢາມ ແລະຖ່າຍຮູບເປັນທີ່ລະນຶກຢູ່ຮູບຈຳລອງໝາກໄມ້ ແລະຕະຫຼາດເທິງແມ່ນໍ້າ ຟອງດຽນ. ພາບ: ຖຸ໊ຍອານ.

leftcenterrightdel
ເຮັດເຂົ້າໜົມພື້ນເມືອງໃນລາຍການວັນບຸນທ່ອງທ່ຽວຊີວະພາບຟອງດຽນ-ເກິນເທີ. ພາບ: ຖຸ໊ຍອານ.

ໃນຊຸມວັນດໍາເນີນເຫດການ (ແຕ່ວັນທີ 23 ຫາວັນທີ 26 ກັນຍາ), ມີບັນດາການເຄື່ອນໄຫວທີ່ອຸດົມສົມບູນ, ເບີກບານມ່ວນຊື່ນ, ມີຄຸນປະ ໂຫຍດຫຼາຍຢ່າງ ແລະຊ່ວຍໃຫ້ນັກທ່ອງທ່ຽວ ເຂົ້າເຖິງພື້ນຖານວັດ ທະນະທໍາທີ່ເປັນເອກະລັກສະເພາະຂອງທ້ອງຖີ່ນ ຄື: ຈັດຮ້ານວາງ ສະແດງສິນຄ້າໂຄສະນາ, ສົ່ງເສີມການທ່ອງທ່ຽວ; ງານຕະຫຼາດນັດການຄ້າ ດ້ວຍ 150 ຫ້ອງວາງສະແດງສິນຄ້າ; ຮູບຈໍາລອງໝາກໄມ້ ແລະຕະຫຼາດເທິງນໍ້າ ຟອງດຽນ; ງານວາງສະແດງຮູບພາບ; ການແຂ່ງ ຂັນ “ການປະຕິມາກໍາສິລະປະຈາກດອກໄມ້ ແລະໝາກໄມ້” ແລະວາງ ສະແດງໝາກໄມ້ແຊບ ຟອງດຽນ; ການແຂ່ງຂັນເຂົ້າໜົມພື້ນເມືອງ ແລະວາງສະແດງອາຫານແຊບ ຟອງດຽນ; ງານພົບປະແລກປ່ຽນ ແລະສະແດງສິລະປະ ເດີນກາຕາຍຕື້; ການຊ່ວງເຮືອ, ບັນດາການ ລະຫຼິ້ນພື້ນເມືອງ...

ນີ້ແມ່ນເຫດການ ໂດຍຄະນະກໍາມະການປະຊາຊົນເມືອງຟອງດຽນ ສົມທົບກັບພະແນກວັດທະນະທໍາ, ກິລາ ແລະທ່ອງທ່ຽວ ນະຄອນເກິນເທີ ຈັດຕັ້ງໃນແຕ່ລະປີ.

ໂດຍ: ໄຊຊະນະ