leftcenterrightdel
ບັນດາພະສົງສາມະເນນ, ພຸດທະສາສະນິກະຊົນ ແລະປະຊາຊົນ ມາຢ້ຽມຢາມ “ບັນຍາກາດວັດທະນະທໍາໂຮ່ຈີມິນ”. ພາບ: ຊວນຢຸຍ.

ຢູ່ທີ່ນີ້, ບັນດາພະສົງສາມະເນນ,  ພຸດທະສາສະນິກະຊົນ, ແຂກມາຢ້ຽມຢາມສາມາດສະແກນລະຫັດ QR ເຂົ້າ “ບັນຍາກາດວັດທະນະທໍາ ໂຮ່ຈີມິນ” ດ້ວຍພາສາຫວຽດນາມ, ພາສາອັງກິດ ແລະພາສາ ສ.ເກົາຫຼີ ເພື່ອຢ້ຽມຢາມຫໍພິພິທະພັນອອນລາຍແນະນໍາບັນດາຮູບພາບກ່ຽວກັບປະທານໂຮ່ຈີມິນ ແລະບັນດາບົດປະພັນທີ່ມີຊື່ສຽງຂອງເພິ່ນ. “ບັນຍາກາດວັດທະນະທໍາໂຮ່ຈີມິນ” ຖືກຈັດຢ່າງສົມກຽດໃນຂອບເຂດລອງຮວາໂກຕື້, ເຄີຍເປັນຖານທີ່ໝັ້ນປະຕິວັດໃນການຕໍ່ສູ້ຕ້ານອາເມລິກາ, ກູ້ຊາດ. ວັດ ຍັງເປັນບ່ອນຕ້ອນຮັບພະສົງສາມະເນນ, ພຸດທະສາສະນິກະຊົນ, ແຂກມາຢ້ຽມຢາມເປັນປະຈຳ, ປະກອບສ່ວນແຜ່ຂະຫຍາຍຄຸນຄ່າອັນສູງສົ່ງ ແລະສວຍງາມກ່ຽວກັບປະທານໂຮ່ຈີມິນ ເຖິງປະຊາຊົນ.

ໂດຍ: ເຈິ່ນຮວ່ຽນ