leftcenterrightdel
ກອງສິລະປະຂອງເທດສະບານແຂວງຝູເທາະ ຕັ້ງໜ້າຝຶກຊ້ອມເພື່ອກຽມເຂົ້າຮ່ວມງານມະໂຫລານ. ພາບ: ແກວກຊິງ.

ບັນດາການເຄື່ອນໄຫວທີ່ງານມະໂຫລານ ລວມມີ: ການແຂ່ງຂັນສິລະປະໂຄສະນາ; ວາງສະແດງ ແລະບັນຍາຍງານວາງສະແດງພາບ; ປະດັບປະດາ, ແຫ່ຂະບວນລົດໂຄສະນາເຄື່ອນທີ່ຢູ່ຕາມເສັ້ນທາງສາຍຕ່າງໆໃນເທດສະບານແຂວງຝູເທາະ; ສະແດງສິລະປະໂຄສະນາຮັບໃຊ້ປະຊາຊົນຢູ່ຕາແສງ ແທັງມິງ (ເທດສະບານແຂວງ ຝູເທາະ).

ນອກນັ້ນ, ຄະນະຈັດຕັ້ງ ຈະວາງສະແດງຮູບແຕ້ມຈໍານວນ 60 ແຜ່ນ ທີ່ມີຄຸນນະພາບດີໃນການແຂ່ງຂັນແຕ້ມຮູບໂຄສະນາ ສະເຫຼີມສະຫຼອງ 60 ປີ ແຫ່ງວັນລຸງໂຮ່ ມາຢາມແຂວງຝູເທາະ ໂດຍພະແນກວັດທະນະ ທໍາ, ກິລາ ແລະທ່ອງທ່ຽວແຂວງຝູເທາະ ປຸກລະດົມ ແລະພາບແຕ້ມໂຄສະນາກວ່າ 30 ຮູບ ທີ່ຍາດໄດ້ລາງວັນໃນການແຂ່ງຂັນແຕ້ມພາບໂຄສະນາ ສະເຫຼີມສະຫຼອງການປະຕິວັດ ເດືອນສິງຫາ ແລະ ວັນຊາດທີ 2 ກັນຍາ ໂດຍກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວ ຈັດຕັ້ງ.

ໂດຍ: ໄຊຊະນະ