ກ່າວຄໍາເຫັນທີ່ພິທີໄຂ, ທ່ານ ຮ່າກິມຫງອັກ ຮອງລັດຖະມົນຕີກະຊວງການຕ່າງປະເທດ ເນັ້ນໜັກວ່າ ວັນຄອບຄົວອາຊຽນ 2022 ໄດ້ຈັດຂຶ້ນແບບເຊິ່ງໜ້າ ພາຍຫຼັງຖືກຢຸດຕິຍ້ອນພະຍາດໂຄວິດ-19, ສະແດງໃຫ້ເຫັນຄວາມມານະພະຍາຍາມລວມ ແມ່ນຊະນະໂລກລະບາດ ກໍຄື ສະໜັບສະໜູນ, ໃຫ້ຄໍາໝັ້ນສັນຍາຢ່າງແຮງ ທີ່ສະຫງວນໃຫ້ແກ່ອາຊຽນ. ນີ້ແມ່ນເວທີປາໄສສໍາຄັນເພື່ອເຊື່ອມຕໍ່ເພື່ອນຮ່ວມອາຊີບ, ເພື່ອນມິດ, ຄອບຄົວໃນປະຊາຄົມອາຊຽນ ແລະຄູ່ຮ່ວມຢູ່ຮ່າໂນ້ຍ, ປະກອບສ່ວນເພີ່ມທະວີການພົວພັນມິດຕະພາບ ແລະການຮ່ວມມື, ເພີ່ມທະວີຄວາມຮັບຮູ້ໃຫ້ມະຫາຊົນກ່ຽວກັບຮູບພາບ ແລະສີສັນອາຊຽນ.

leftcenterrightdel
ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ມອບທຸງທີ່ລະນຶກໃຫ້ຜູ້ຕາງໜ້າບັນດາປະເທດອາຊຽນ ຢູ່ຮ່າໂນ້ຍ ແລະບັນດາປະເທດຄູ່ຮ່ວມຂອງອາຊຽນ ພ້ອມກັບບັນດາສະມາຊິກຄອບຄົວອາຊຽນ. ພາບ: ສໍານັກຂ່າວສານຫວຽດນາມ.

ພາຍຫຼັງພິທີໄຂ ໄດ້ດໍາເນີນການເຄື່ອນໄຫວຖີບລົດມິດຕະພາບ ຈາກສໍານັກງານໃຫຍ່ກະຊວງການຕ່າງປະເທດ ເຖິງບ່ອນເຮັດວຽກຂອງກະຊວງດ້ວຍການເຂົ້າຮ່ວມຂອງຜູ້ແທນ 200 ກວ່າຄົນ. ບັນດາການເຄື່ອນໄຫວພົບປະແລກປ່ຽນສິລະປະວັດທະນະທໍາ, ກິລາ, ການລະຫຼິ້ນພື້ນເມືອງ ແລະອາຫານການກິນ ດໍາເນີນໄປຢ່າງຄຶກຄື້ນ, ເປັນເອກະລັກສະເພາະຂອງບັນດາປະເທດອາຊຽນ.

ໂດຍ: ໄຊຊະນະ