ຕອນບ່າຍວັນທີ 26 ມິຖຸນາ, ລາຍການງານບຸນຕາມຖະໜົນຫົນທາງ “ສີສັນວັດທະນະທຳ” ໄດ້ໄຂຂຶ້ນຢູ່ເຂດ 6 ແຍກ, ສັງກັດສູນວັດທະນະທຳ ແລະຮູບເງົາເທື່ອທຽນເຫ້ວ ເຊິ່ງໄດ້ດຶງດູດປະຊາຊົນ ແລະນັກທ່ອງທ່ຽວມາຊົມນັບພັນຄົນ.

ຕາມທີ່ໄດ້ຮູ້ແລ້ວວ່າ ຄຽງຄູ່ກັບການສະແດງດົນຕີ, ຟ້ອນລໍາທໍາເພງ, ສິລະປະຕາມຖະໜົນຫົນທາງ, ການສະແດງເສື້ອຍາວ ແລະວ່າວເຫ້ວ, ຍັງມີການແຫ່ຂະບວນລົດບູຮານ “ເຫ້ວ ດອກໄມ້ສີ່ລະດູ”, ແມ່ນລາຍການສະແດງສິລະປະພື້ນເມືອງທີ່ໄດ້ຮັບການຄັດເລືອກຈາກບັນດາງານບຸນປະເພນີຂອງບາງທ້ອງຖິ່ນໃນແຂວງ.

ຕາມຄະນະຈັດຕັ້ງແລ້ວ, ງານບຸນຕາມຖະໜົນຫົນທາງດຳເນີນເປັນເວລາ 3 ວັນແຕ່ວັນທີ 26 – 28 ມິຖຸນາ. ງານບຸນປີນີ້ຈະສືບຕໍ່ແນະນຳເຖິງມະຫາຊົນ ກ່ຽວກັບດົນຕີທີ່ເປັນເອກະລັກສະເພາະຂອງບັນດາຄະນະສິລະປະທີ່ມາຈາກທຸກເຂດພາກຂອງຫວຽດນາມ ແລະໃນທົ່ວໂລກ.

leftcenterrightdel
ທີມຟ້ອນສິງໂຕ-ມັງກອນ ເຫ້ວ. ພາບ: ດິ່ງທັງ
leftcenterrightdel
ນັກສິລະປິນທີ່ມາຈາກຄະນະສິລະປະຊາວເຜົ່າດັກລັກ. ພາບ: ດິ່ງທັງ
leftcenterrightdel
ນັກສິລະປິນມາຈາກປະເທດລັດເຊຍ. ພາບ: ດິ່ງທັງ
leftcenterrightdel
ການສະແດງດົນຕີ ເຕີຣຶງ ຂອງຄະນະສິລະປະ ຊາວເຜົ່າດັກລັກ. ພາບ: ດິ່ງທັງ

ໂດຍ: ທະນາພອນ