leftcenterrightdel
ຮູບພາບເຂົ້າຮ່ວມງານວາງສະແດງຂອງ ຈ້ອງຫາຍ, ນັກຂ່າວໜັງສືພິມກອງທັບປະຊາຊົນ. ພາບ: qdnd.vn

ມີກວ່າ 100 ຮູບພາບທີ່ວາງສະແດງຢູ່ທີ່ນີ້ໄດ້ຮັບການຄັດເລືອກຜ່ານທັດສະນະຂອງນັກຂ່າວພາບທີ່ພວມເຮັດວຽກຢູ່ບັນດາອົງການສື່ມວນຊົນແຖວໜ້າຂອງຫວຽດນາມ ແລະບັນດານັກຖ່າຍຮູບ, ນັກຂ່າວພາບສະໝັກຫຼິ້ນຢູ່ຮ່າໂນ້ຍ.

ທີ່ງານວາງສະແດງ, ຜູ້ຊົມມີໂອກາດເບິ່ງຄືນບັນດາເຫດການການເມືອງ, ການທູດ, ເສດຖະກິດ, ວັດທະນະທຳ ແລະສັງຄົມຂອງຫວຽດນາມ ແຕ່ເດືອນມັງກອນ 2020 ຫາເດືອນພຶດສະພາ 2022 ດ້ວຍບັນດາຮູບພາບທີ່ພົ້ນເດັ່ນ, ຄື: ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່າວຄຳປາໄສອັດກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ; ກໍາລັງແພດໝໍເຂົ້າຮ່ວມການປ້ອງກັນ ແລະຕ້ານພະຍາດໂຄວິດ-19; ຮູບພາບກ່ຽວກັບບັນຍາກາດຄຶກຄື້ນທີ່ງານມະຫາກຳກິລາຊີເກມ ຄັ້ງທີ 31 ...

ໂດຍ: ທະນາພອນ