leftcenterrightdel
ນັກຂ່າວ ຟ້າມກວກຕວ່ານ ກ່າວຄໍາເຫັນທີ່ການໂອ້ລົມສົນທະນາ. ພາບ: nguoilambao.vn

ຕາມນັກຂ່າວ ຟານກວາງ, ອະດີດປະທານສະມາຄົມນັກຂ່າວຫວຽດນາມ ແລ້ວ:  “ນັກຂ່າວ ຟ້າມກວກຕວ່ານ ຂຽນດີ, ຂຽນໄວ ແລະຂຽນຄົບທຸກປະເພດ. ຜ່ານເວລາກວ່າເຄິ່ງສະຕະວັດທີ່ຂຽນຂ່າວ, ຟ້າມກວກຕວ່ານ ແມ່ນນັກຂ່າວທີ່ມີຄວາມເກັ່ງກ້າສາມາດ, ມັກຮັກອາຊີບ, ຍາມໃດກໍ່ສຸດໃຈຕໍ່ໜ້າທີ່ວຽກງານ, ມີການອຸທິດສ່ວນຕໍ່ສື່ມວນຊົນຂອງປະເທດ”. ເນື່ອງໃນໂອກາດນີ້, ຄະນະຈັດຕັ້ງ  ກໍ່ແນະນໍາປະມວນບົດຂຽນ “ຄວາມຮັກແພງຕໍ່ຄຸ້ມຖະໜົນເກົ່າ" ແລະວາງສະແດງປຶ້ມຫຼາຍເຫຼັ້ມຂອງນັກຂ່າວ ຟ້າມກວກຕວ່ານ.

ວັນທີ 19 ມິຖຸນາ, ໜັງສືພິມດົ່ງນາຍ ໄດ້ຈັດຕັ້ງກອງປະຊຸມປະເມີນຜົນການເຄື່ອນໄຫວ 6 ເດືອນຕົ້ນປີ, ຜັນຂະຫຍາຍທິດທາງ, ໜ້າທີ່ 6 ເດືອນທ້າຍປີ 2022 ແລະການພົບປະສັງສັນສະເຫຼີມສະຫຼອງ 97 ປີແຫ່ງວັນສື່ມວນຊົນປະຕິວັດຫວຽດນາມ (21-6-1925 / 21-6-2022).

ແຕ່ວັນທີ 1 ມິຖຸນາ, ໜັງສືພິມດົ່ງນາຍ ໄດ້ປະຕິບັດການດັດປັບໜັງສືພິມ ດ້ວຍເວັບໄຊ, ຄໍລໍາໃໝ່, ຄື: ຕາເວັນອອກພາກໃຕ້, ການຫັນປ່ຽນດີຈີຕອນ, ເພື່ອຄວາມໝັ້ນຄົງຂອງຊາດ... ໜັງສືພິມດົ່ງນາຍ ກໍ່ວາງອອກທິດທາງປະຕິບັດໜ້າທີ່ໃນ 6 ເດືອນທ້າຍປີ 2022 ດ້ວຍຈຸດສຸມແມ່ນໃກ້ຊິດຕິດແທດກັບໜ້າທີ່ຖະແຫຼງຂ່າວ, ໂຄສະນາກ່ຽວກັບບັນຫາ, ເຫດການສໍາຄັນຂອງປະເທດ, ຂອງແຂວງ.

ໂດຍ: ທູຈາງ