leftcenterrightdel
ທ່ານ ຫງວຽນແອັ໊ງເຢືອງ ຫົວໜ້າສູນສົ່ງເສີມການລົງທຶນ, ການຄ້າ ແລະທ່ອງທ່ຽວຮ່າໂນ້ຍ ແນະນໍາກ່ຽວກັບງານບຸນທ່ອງທ່ຽວຮ່າໂນ້ຍ 2022. ພາບ: ສໍານັກຂ່າວສານຫວຽດນາມ.

ງານບຸນທ່ອງທ່ຽວຮ່າໂນ້ຍປີ 2022 ໄດ້ຈັດຂຶ້ນໃນໄລຍະດໍາເນີນ SeaGames 31, ແມ່ນໂອກາດເພື່ອແນະນໍາສະຖານທີ່ທ່ອງທ່ຽວຮ່າໂນ້ຍ ພ້ອມກັບບັນດາຜະລິດຕະພັນ, ການບໍລິການທ່ອງທ່ຽວທີ່ຈັບໃຈໃຫ້ເພື່ອນມິດບັນດາປະເທດທີ່ມາເຂົ້າຮ່ວມ SeaGames 31. ງານບຸນກໍ່ຈະສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດທ່ອງທ່ຽວເຊື່ອມຕໍ່ ແລະພັດທະນາຕະຫຼາດ, ເປີດກວ້າງການຮ່ວມທຸລະກິດ, ຮ່ວມສຳພັນ, ສະໜິດຕິດພັນຜະລິດຕະພັນຂອງຕົນກັບບັນດາຜະລິດຕະພັນລະຫວ່າງເຂດ.

ຜ່ານນັ້ນ, ດຶງດູດນັກທ່ອງທ່ຽວພາຍໃນປະເທດ, ຕ່າງປະເທດມາຍັງຮ່າໂນ້ຍ ແລະສົ່ງເສີມຊາວຮ່າໂນ້ຍ ທ່ອງທ່ຽວຢູ່ຮ່າໂນ້ຍ, ໄປທ່ອງທ່ຽວຢູ່ບັນດາທ້ອງຖິ່ນໃນທົ່ວປະເທດ, ທ່ອງທ່ຽວສາກົນ, ເພື່ອແນໃສ່ຊຸກຍູ້ການເຕີບໂຕດ້ານການທ່ອງທ່ຽວ.

ໂດຍ: ດັ້ງເກື່ອງ