leftcenterrightdel
ບັນດາຜູ້ແທນ ຕັດແຖບຜ້າໄຂງານວາງສະແດງ. ພາບ: ວັນແຮ້ງ.

ງານວາງສະແດງ ໄດ້ແນະນໍາເອກະສານ, ຮູບພາບ, ວັດຖຸພັນກວ່າ 200 ຢ່າງ, ສຸມໃສ່ບັນດາເນື້ອໃນຄື: ກອງປະຊຸມເປີດກວ້າງຂອງກົມການເມືອງ (1974-1975) ທີ່ປຶກສາຫາລືຍຸດທະສາດໃຫ້ແກ່ການບຸກໂຈມຕີຄັ້ງໃຫຍ່ ແລະລຸກຮື້ຂຶ້ນໃນລະດູບານໃໝ່ ປີ 1975; ບັນດາເອກະສານກ່ຽວກັບສັນຍາປາຣີ; ກອງປະຊຸມ ຄັ້ງທີ 21 ຂອງຄະນະບໍລິຫານງານສູນກາງພັກ (ເດືອນ 7-1973), ຜົນງານ ຟື້ນຟູເສດຖະກິດໃນປີ 1973 ແລະ 1974 ຂອງປະຊາຊົນພາກເໜືອ ຊ່ວຍເຫຼືອ ພາກໃຕ້.

leftcenterrightdel
ພະນັກງານ, ນັກຮົບບັນດາກົມກອງ ເຂົ້າຊົມງານວາງສະແດງ ຢ່າງພ້ອມພຽງ. ພາບ: ວັນແຮ້ງ.

ນອກຈາກນີ້, ງານວາງສະແດງ ຍັງໄດ້ແນະນໍາເຖິງໝູ່ປະຊາຊົນກ່ຽວກັບການບຸກໂຈມຕີຄັ້ງໃຫຍ່ ແລະລຸກຮື້ຂຶ້ນໃນລະດູບານໃໝ່ປີ 1975 ເຊິ່ງ ພົ້ນເດັ່ນກວ່າໝູ່ແມ່ນບັ້ນຮົບໂຮ່ຈີມິນ ປະຫວັດສາດ; ບັ້ນຮົບໄຕງວຽນ (ແຕ່ເດືອນມີນາ ເຖິງເດືອນເມສາ ປີ 1975); ການບຸກໂຈມຕີຍຸດທະສາດຄັ້ງທໍາອິດ ເຖິງບັ້ນຮົບເຫວ້-ດ່ານັ້ງ (ເດືອນມີນາ ປີ 1975); ມະຫາໄຊລະດູບານໃໝ່ ປີ 1975... ດ້ວຍລະບົບເອກະສານ, ວັດຖຸພັນອັນຫຼາກຫຼາຍ, ມີຄວາມໝາຍ, ງານວາງສະແດງ ໄດ້ດຶງດູດພະນັກງານ, ນັກຮົບກໍາລັງປະກອບອາວຸດ ແລະນັກຮຽນໃນບໍລິເວນ ເຂົ້າຊົມຢ່າງພ້ອມພຽງ. 

ງານວາງສະແດງຈະແກ່ຍາວເຖິງວັນທີ 20 ພຶດສະພາ.

ໂດຍ: ໄຊຊະນະ