leftcenterrightdel
ບັນດາຜູ້ແທນຕັດແຖບຜ້າເປີດງານວາງສະແດງ. ພາບ: qdnd.vn
leftcenterrightdel
ບັນດາຜູ້ແທນຢ້ຽມຊົມງານວາງສະແດງປຶ້ມ. ພາບ: qdnd.vn

ນັບແຕ່ປີ 1995 ມາຮອດປະຈຸບັນ,  ປຶ້ມທີ່ມີຄຸນຄ່າທາງດ້ານທິດສະດີ ແລະພຶດຕິກຳຕົວຈິງໄດ້ພິມຈຳໜ່າຍກວ່າ 370 ຫົວ, ໄດ້ຢືນຢັນຄຸນຄ່າຍືນຍົງ, ເພີ່ມເຕີມ ແລະພັດທະນາຢ່າງມີປະດິດຄິດສ້າງຂອງລັດທິມາກ-ເລນິນ ແລະແນວຄິດໂຮ່ຈີມິນ ເຂົ້າໃນພຶດຕິກຳຕົວຈິງຂອງການປະຕິວັດຫວຽດນາມ; ສະໜອງຄວາມຮູ້ໃໝ່ໃຫ້ແກ່ຖັນແຖວພະນັກງານ, ສະມາຊິກພັກ, ເປັນຕົ້ນແມ່ນການນຳຂັ້ນສູງ ແລະການນໍາຂັ້ນຍຸດທະສາດຂອງພັກ; ສະໜອງຂໍ້ອ້າງອີງຕໍ່ສູ້ປະຕິເສດທັດສະນະບໍ່ຖືກຕ້ອງ ແລະເປັນປໍລະປັກ, ປະກອບສ່ວນຮັກສາພື້ນຖານແນວຄິດຂອງພັກ ໄວ້ຢ່າງໝັ້ນຄົງ. ຄຽງຂ້າງນັ້ນ, ຍັງມີປຶ້ມຫຼາຍຫົວທີ່ຮັບໃຊ້ໃຫ້ແກ່ການຮໍ່າຮຽນ ແລະປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດໍາລົງຊີວິດຂອງ ປະທານໂຮ່ຈີມິນ... ຜູ້ອ່ານສາມາດລົງທະບຽນບັນຊີຢູ່ເວັບໄຊ Stbook.vn ເພື່ອອ່ານປຶ້ມເອເລັກໂຕນິກໂດຍບໍ່ເສຍຄ່າ. ງານວາງສະແດງດັ່ງກ່າວຈະເປີດຕ້ອນຮັບແຂກໄປຮອດວັນທີ 20 ພະຈິກ 2021 ທີ່ໂຮງພິມຈຳໜ່າຍການເມືອງແຫ່ງຊາດ ສຶເທິດ.

ໂດຍ: ທະນາພອນ