ຫົວຂໍ້ຂອງການປະກວດແມ່ນການແບ່ງປັນຄວາມຫຍຸ້ງຍາກທີ່ມີລັກສະນະມະນຸດສະທໍາ ແຜ່ຂະຫຍາຍຄວາມຮັກແພງ; ຄວາມຕັດສິນໃຈຂອງກໍາລັງກອງທັບ, ຕໍາຫຼວດ, ສາທາລະນະສຸກ, ອໍານາດການປົກຄອງທ້ອງຖິ່ນ... ຢູ່ດ່ານໜ້າ; ການຮ່ວມແຮງຮ່ວມໃຈຂອງປະຊາຊົນໃນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19; ຟື້ນຟູການຜະລິດ, ດໍາເນີນທຸລະກິດ ແລະການເຄື່ອນໄຫວຂອງສັງຄົມໃນໄລຍະປົກກະຕິໃໝ່ພາຍຫຼັງຄວບຄຸມພະຍາດໂຄວິດ-19 ໄດ້... ແຕ່ລະຄົນສົ່ງຮູບພາບມາຫຼາຍສຸດແມ່ນ 10 ຮູບ. ເວລາຮັບພາບແຕ່ວັນທີ 9 ຕຸລາ ເຖິງວັນທີ 5 ທັນວາ 2021.

leftcenterrightdel
ຄະນະຈັດຕັ້ງ ປຸກລະດົມການປະກວດພາບສິລະປະ “ຫວຽດນາມ ຈະໄຊຊະນະ”. ພາບ: ບ້າວມິງ.

ໃນຕອນເຊົ້າວັນດຽວກັນ, ສະມາຄົມນັກຖ່າຍຮູບນະຄອນໂຮ່ຈີມິນ ໄດ້ສົມທົບກັບສະມາຄົມນັກຖ່າຍຮູບຫວຽດນາມ ຈັດຕັ້ງພິທີມອບລາງວັນງານປະກວດພາບສິລະປະ ເຂດນະຄອນໂຮ່ຈີມິນ ຄັ້ງທີ XI ປີ 2021 ດ້ວຍຫົວຂໍ້ “ນະຄອນທີ່ຂ້າພະເຈົ້າຮັກແພງ”. ຄະນະຈັດຕັ້ງ ໄດ້ມອບລາງວັນໃຫ້ນັກຖ່າຍຮູບ 11 ຄົນທີ່ມີຮູບພາບດີເດັ່ນທີ່ສຸດ. ຫຼຽນຄໍາແມ່ນໄດ້ແກ່ນັກຖ່າຍຮູບ ຢາງເຊີນດົງ ດ້ວຍຊຸດຮູບພາບ “ໂສມໜ້ານະຄອນໜຸ່ມ”.

ໂດຍ: ໄຊຊະນະ