leftcenterrightdel
ຮູບພາບວາງສະແດງທີ່ງານວາງສະແດງທາງອອນລາຍກ່ຽວກັບທ່ານພົນເອກ ຫວໍງວຽນຢາບ. ພາບເອກະສານ.

ງານວາງສະແດງໄດ້ແນະນໍາເອກະສານ, ຮູບພາບ 200 ຢ່າງ, ລວມມີ 3 ພາກ: ອອກມາຈາກປະຊາຊົນ; ອ້າຍກົກຂອງກອງທັບປະຊາຊົນຫວຽດນາມ; ມໍລະດົກຂອງທ່ານພົນເອກ ຫວໍງວຽນຢາບ. ຜ່ານບັນດາຮູບພາບ, ເອກະສານ, ງານວາງສະແດງໄດ້ຍົກອອກໃຫ້ເຫັນຂີດໝາຍ, ບົດບາດຂອງທ່ານພົນເອກ ຫວໍງວຽນຢາບ ທີ່ສໍານັກງານກອງທັບປະຊາຊົນຫວຽດນາມ (ເຮືອນ ແລະຂຸມຄອງ D67) ໃນລະຫວ່າງປີ 1968-1975. ໃນໄລຍະນີ້, ບົນພື້ນຖານການຊີ້ນໍາ ແລະເຫັນດີເປັນເອກະພາບຂອງພັກ, ກົມການເມືອງ, ໃນຖານະຕໍາແໜ່ງເປັນເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ, ຜູ້ບັນຊາການທະຫານສູງສຸດກອງທັບປະຊາຊົນຫວຽດນາມ, ທ່ານພົນເອກ ຫວໍງວຽນຢາບ ໄດ້ຕິດຕາມການປ່ຽນແປງ, ການຜັນແປຂອງສະໜາມຮົບພາກໃຕ້ເປັນປະຈໍາ ແລະວາງອອກການຊີ້ນໍາ, ຄໍາສັ່ງເພື່ອປະກອບສ່ວນສ້າງໄຊຊະນະ, ເຮັດໃຫ້ສະໜາມຮົບປ່ຽນແປງ, ກ້າວໄປເຖິງໄຊຊະນະສຸດທ້າຍ, ປົດປ່ອຍພາກໃຕ້ຢ່າງສົມບູນ, ທ້ອນໂຮມປະເທດຊາດເປັນເອກະພາບ. ງານວາງສະແດງທາງອອນລາຍຈະແນະນຳແຕ່ວັນທີ 22 ສິງຫາ ປີ 2021 ໃນເວັບໄຊ trungbayonline.hoangthanhthanglong.vn.

ໂດຍ: ຈາງຫງວຽນ