ໃນງານວາງສະແດງຄັ້ງນີ້, ຈິດຕະກອນ ເລຢຸງເກື່ອງ ໄດ້ແນະນໍາເຖິງມະຫາຊົນພາບແຕ້ມ 50 ແຜ່ນທີ່ແຕ້ມດ້ວຍຫຼາຍວັດຖຸ, ຄື: ເຈ້ຍກະດາດ, ສໍສີ, ເຈ້ຍສາ... ໃນນັ້ນ ມີພາບແຕ້ມຫຼາຍແຜ່ນທີ່ແຕ້ມກ່ຽວກັບຊີວິດປະຈໍາວັນ, ຮີດຄອງປະເພນີຂອງປະເທດຊາດ, ຄົນລາວ, ບັນດາພາບແຕ້ມສາວລາວ ແລະບັນດາເພື່ອນມິດຂອງເພິ່ນ.

leftcenterrightdel
ບັນດາຜູ້ແທນຕັດແຖບຜ້າໄຂງານວາງສະແດງ. ພາບ: ມິງດຶກ.

ຈິດຕະກອນ ເລຢຸງເກື່ອງ ແບ່ງປັນວ່າ: “ພາບແຕ້ມແຕ່ລະແຜ່ນແມ່ນອະນຸສອນທີ່ເລິກເຊິິ່ງໃນວິວັດແຫ່ງການເຮັດວຽກ ແລະການເຄື່ອນໄຫວວິຈິດສິນຂອງຂ້າພະເຈົ້າ. ຜ່ານສະຖານທູດ, ຜ່ານການພົວພັນກັບພໍ່ແມ່ປະຊາຊົນໃນທົ່ວປະເທດລາວ, ຂ້າພະເຈົ້າເຫັນວ່າຄົນລາວ ມີໃຈເມດຕາ, ໃຈດີ. ສະນັ້ນ, ຂ້າພະເຈົ້າໄດ້ເຊື່ອມຕໍ່ສອງພື້ນຖານວັດທະນະທໍາ, ເຊື່ອມຕໍ່ງານບຸນ, ຮີດຄອງປະເພນີຂອງຄົນລາວຜ່ານບັນດາພາບແຕ້ມ”.

leftcenterrightdel
ຈິດຕະກອນ ເລຢຸງເກື່ອງ ພ້ອມກັບພາບແຕ້ມຂອງຕົນ. ພາບ: ມິງດຶກ.

ທີ່ງານວາງສະແດງ, ນັກສິລະປິນປະຊາຊົນ ຈຸງຮ໊ຽວ ຜູ້ອໍານວຍການໂຮງລະຄອນຮ່າໂນ້ຍ ແບ່ງປັນວ່າ: “ບັນດາຫົວຂໍ້ກ່ຽວກັບວັດຖຸ, ທິວທັດທໍາມະຊາດຂອງປະເທດຫວຽດນາມ ແລະລາວ ຫຼື ບັນດາທິວທັດເຊິ່ງອ້າຍໄດ້ພົບເຫັນຕາມເສັ້ນທາງແມ່ນມີຊີວິດຊີວາທີ່ສຸດ,...”.

ບັນດາພາບແຕ້ມຂອງນັກແຕ້ມ ເລຢຸງເກື່ອງ ກໍາລັງວາງສະແດງຢູ່ເຮືອນວາງສະແດງວິຈິດສິນ ຫວຽດນາມ, ເລກທີ 16 ໂງກວ່ຽນ, ຮ່າໂນ້ຍ ນັບແຕ່ວັນທີ 19-27 ເມສາ 2021.

ໂດຍ: ເກື່ອງດັ້ງ