leftcenterrightdel
ບັນດາຜູ້ແທນຢ້ຽມຊົມງານວາງສະແດງ. ພາບ: ຮຸ່ງຄວາ.

ງານວາງສະແດງລວມມີເອກະສານ, ຮູບພາບກ່ຽວກັບວິວັດການສ້າງຕັ້ງ ແລະພັດທະນາຜ່ານ 90 ປີຂອງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ແລະບັນດາຂີດໝາຍໃນວຽກງານຊາວໜຸ່ມ, ຂະບວນການຊາວໜຸ່ມ, ເຍົາວະຊົນ, ອະນຸຊົນນະຄອນ. ງານວາງສະແດງກໍ່ໄດ້ແນະນໍາກ່ຽວກັບວິວັດການສ້າງຕັ້ງ, ພັດທະນາ ແລະບັນດາຜົນງານທີ່ພົ້ນເດັ່ນຂອງກຳລັງຊາວໜຸ່ມຕະລຸມບອນນະຄອນ. ງານວາງສະແດງຈະດໍາເນີນໄປຮອດວັນທີ 4 ເມສາ ຢູ່ຫໍວັດທະນະທຳຊາວໜຸ່ມ ແລະຖະໜົນຍ່າງຫງວຽນເຫວ້.

ເນື່ອງໃນໂອກາດນີ້, ຄະນະຊາວໜຸ່ມນະຄອນໂຮ່ຈີມິນ, ສະໂມສອນມູນເຊື້ອຄະນະຊາວໜຸ່ມນະຄອນຍັງໄດ້ສົມທົບກັນແນະນໍາປຶ້ມທີ່ມີຊື່ວ່າ “ປະຫວັດຄວາມເປັນມາຂອງຄະນະຊາວໜຸ່ມຊົນນະບົດ ແລະເຂດຊານເມືອງໄຊງ່ອນ-ຢາດີ້ງ ໃນການຕໍ່ສູ້ຕ້ານອາເມລິກາ ກູ້ຊາດ 1954-1975” ດ້ວຍ 350 ກວ່າໜ້າ, ຮຽບຮຽງເປັນ 5 ພາກ.

ໂດຍ: ເຈິ່ນຮວ່ຽນ