leftcenterrightdel
ບັນດາຮູບພາບທີ່ງານວາງສະແດງ. ພາບ: qdnd.vn.

ງານວາງສະແດງໄດ້ແນະນໍາຫຼາຍເນື້ອໃນທີ່ອຸດົມສົມບູນ, ຈັບອົກຈັບໃຈ, ຄື: ງານວາງສະແດງຮູບພາບ, ເອກະສານ, ສື່ສິ່ງພິມກ່ຽວກັບການກຳເນີດຂອງພັກກອມມູນິດຫວຽດນາມ ແລະການນໍາພາຂອງພັກກອມມູນິດຫວຽດນາມ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ; ພັກກອມມູນິດຫວຽດນາມ ນໍາພາກິດຈະການສ້າງສາ ແລະປົກປັກຮັກສາປະເທດຊາດຫວຽດນາມສັງຄົມນິຍົມ; ບັນດາ ຜົນງານແຫ່ງການປະຕິວັດຂອງປະເທດໃນວິວັດການປ່ຽນແປງໃໝ່, ພັດທະນາ, ເຊື່ອມໂຍງເຂົ້າກັບສາກົນ ແລະວຽກງານກໍ່ສ້າງພັກໃນປະຈຸບັນ. ຄຽງຂ້າງນັ້ນຍັງມີເຂດວາງສະແດງຫົວເລື່ອງສະເພາະ: “ການປະກອບສ່ວນຂອງກອງທັບປະຊາຊົນ ແລະຕໍາຫຼວດປະຊາຊົນໃນກິດຈະການສ້າງສາ ແລະປົກປັກຮັກສາປະເທດຊາດຫວຽດນາມສັງຄົມນິຍົມ”, “ໄວໜຸ່ມຫວຽດນາມເອກອ້າງທະນົງໃຈກ້າວເດີນພາຍໃຕ້ທຸງພັກອັນມີກຽດສະຫງ່າ”, ພາບໂຄສະນາກ່ຽວກັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ... ງານວາງສະແດງ ຈະດໍາເນີນຮອດວັນທີ 24 ມັງກອນ 2021 ຈຶ່ງອັດລົງ.

ໂດຍ: ເຈິ່ນຮວ່ຽນ