ງານບຸນເຕັດຫວຽດນາມ ປີ 2021 ຈະດໍາເນີນແຕ່ວັນທີ 21 ຫາວັນທີ 24 ມັງກອນ ຢູ່ສວນສາທາລະນະເລວັນຕ໊າມ (ເມືອງ 1) ເພື່ອແນໃສ່ເຊີດຊູຄຸນຄ່າວັດທະນະທໍາ ແລະອາຫານການກິນຫວຽດນາມ.

leftcenterrightdel
ຄະນະຈັດຕັ້ງ ແນະນໍາກ່ຽວກັບງານບຸນເຕັດຫວຽດນາມ ປີ 2021. ພາບ: ຮຸ່ງຄວາ.

ງານບຸນດັ່ງກ່າວລວມມີ 4 ການເຄື່ອນໄຫວແມ່ນ:  ຊົມບຸນເຕັດ, ກິນເຕັດ, ຫຼີ້ນບຸນເຕັດ ແລະຕະຫຼາດບຸນເຕັດ. ຈຸດພົ້ນເດັ່ນໃນງານບຸນແມ່ນບັນດາລາຍການ, ຄືື: ບັນຍາກາດຄອບຄົວໃນຊຸມວັນບຸນເຕັດຂອງສາມພາກ: ເໜືອ, ກາງ, ໃຕ້, ວາງສະແດງພາເຂົ້າໃນບຸນເຕັດ, ວາງສະແດງອາຫານການກິນທີ່ເປັນເອກະລັກສະເພາະຂອງສາມພາກ, ຕະຫຼາດນັດໃນຊຸມວັນບຸນເຕັດ, ບັນດາການລະຫຼີ້ນພື້ນເມືອງ, ການສະແດງສິລະປະ... ນອກຈາກນັ້ນ, ຍັງມີລາຍການຫໍ່ເຂົ້າຕົ້ມຂອງອົງການສະຖານກົງສູນ, ຫ້ອງການຕາງໜ້າເສດຖະກິດ-ການຄ້າ ແລະຈັດຕັ້ງສາກົນ ໃນບໍລິເວນນະຄອນໂຮ່ຈີມິນ. ຄະນະຈັດຕັ້ງຫວັງວ່າ ຈະດຶງດູດນັກທ່ອງທ່ຽວມາຢ້ຽມຊົມງານບຸນໄດ້ປະມານ 70.000 ເທື່ອຄົນ.

ໂດຍ: ທູຈາງ