ງານບຸນແມ່ນໂອກາດເພື່ອໂຄສະນາ, ແນະນຳກ່ຽວກັບຊີວິດ, ພາລະກິດ, ບຸນຄຸນຂອງຈໍຈິງ ຫງວຽນບິງຄຽມ, ປຸກລຸກຄວາມເອກອ້າງທະນົງໃຈຕໍ່ຊາດ, ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອ, ຄຸນຄ່າຂອງເຂດປູຊະນີຍະສະຖານແຫ່ງຊາດພິເສດວິຫານບູຊາ ຫງວຽນບິງຄຽມ. ຜ່ານນັ້ນສຶກສາໃຫ້ນັກສຶກສາ, ນັກຮຽນ ແລະປະຊາຊົນກ່ຽວກັບຄວາມຮັກແພງບ້ານເກີດເມືອງນອນ, ມູນເຊື້ອວັດທະນະທຳ, ຈິດໃຈມັກຮຽນ ແລະສະແດງຄວາມຮູ້ບຸນຄຸນຂອງປະຊາຊົນຕໍ່ຈໍຈິງ.

leftcenterrightdel
ລາຍການຕີກອງທີ່ພິທີສະເຫຼີມສະຫຼອງ. ພາບ: qdnd.vn.

ກ່ອນໜ້ານັ້ນ, ທີ່ວິຫານບູຊາຈໍຈິງ ຫງວຽນບິງຄຽມ, ທ່ານ ເລວັນແທັ່ງ ເລຂາພັກແຂວງຫາຍຟ່ອງ ຖະຫວາຍທູບທຽນອາໄລຫາ ແລະສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ຄຸນງາມຄວາມດີ, ການປະກອບສ່ວນອັນໃຫຍ່ຫຼວງໃຫ້ບ້ານເກີດເມືອງນອນ, ປະເທດຊາດຂອງນັກວັດທະນະທຳທີ່ມີຊື່ສຽງ ຫງວຽນບິງຄຽມ.

ໂດຍ: ແສງເດືອນ