ແຜນຮ່າງສ້າງ ແລະໂຄສະນາເຄື່ອງໝາຍການຄ້າແຫ່ງຊາດ “ສິລະປະສີຂັດມັນຫວຽດນາມ” ໄລຍະ 2020-2030 ໄດ້ຮັບການອະນຸມັດຢ່າງເປັນທາງການ. ປະຕິບັດແຜນຮ່າງດັ່ງກ່າວແມ່ນເພື່ອແນໃສ່ປະກອບສ່ວນໂຄສະນາສິລະປະ, ພັດທະນາການທ່ອງທ່ຽວ, ເສດຖະກິດ, ສັງຄົມຂອງປະເທດຊາດ, ພ້ອມທັງສ້າງຄວາມລຶ້ງເຄີຍໃນການນໍາໃຊ້ບັນດາຜະລິດຕະພັນ, ພາບສີຂັດມັນຫວຽດນາມ ຂອງປະຊາຊົນພາຍໃນປະເທດ ແລະເພື່ອນມິດສາກົນ.

leftcenterrightdel
ບັນດາຜະລິດຕະພັນສິລະປະສີຂັດມັນຂອງໝູ່ບ້ານອາຊີບສີຂັດມັນເຕືອງບິ່ງຮຽບ, ບິ່ງເຢືອງ. ພາບ: ສໍານັກຂ່າວສານຫວຽດນາມ.

ແຜນຮ່າງສ້າງ ແລະໂຄສະນາເຄື່ອງໝາຍການຄ້າແຫ່ງຊາດ “ສິລະປະສີຂັດມັນຫວຽດນາມ” ໄລຍະ 2020-2030 ແມ່ນເພື່ອແນໃສ່ຊຸກຍູ້ການພັດທະນາຂອງສິລະປະສີຂັດມັນຫວຽດນາມ, ປະກອບສ່ວນພັດທະນາຕະຫຼາດວັດທະນະທໍາ, ການເຕີບໂຕເສດຖະກິດ, ການໂຄສະນາປະເທດຊາດ, ຊາວຫວຽດນາມ ຕໍ່ເພື່ອນມິດສາກົນຜ່ານບັນດາກິດຈະກໍາພົບປະແລກປ່ຽນສິລະປະ, ແລກປ່ຽນຜະລິດຕະພັນວັດທະນະທໍາ. ປະກອບສ່ວນສ້າງສິລະປະສີຂັດມັນຫວຽດນາມ ໃຫ້ຈະເລີນຮຸ່ງເຮືອງ ແລະຢັ້ງຢືນຄຸນຄ່າຂອງສິລະປະສີຂັດມັນຫວຽດນາມ ໃນຕະຫຼາດພາຍໃນປະເທດ ແລະສາກົນ.

ພ້ອມກັນນັ້ນ, ຍູ້ແຮງການແລກປ່ຽນ, ເອົາໃຈໃສ່ການໂຄສະນາເຄື່ອງໝາຍການຄ້າແຫ່ງຊາດຜ່ານການແນະນຳຜະລິດຕະພັນ, ພາບສີຂັດມັນຫວຽດນາມ ໃຫ້ກາຍເປັນຜະລິດຕະພັນແຫ່ງວັດທະນະທຳ, ສິລະປະ, ປະກອບສ່ວນສ້າງອຸດສາຫະກຳວັດທະນະທຳ...

ໂດຍ: ທະນາພອນ