ງານວາງສະແດງແນະນໍາຮູບພາບສີ ແລະຮູບພາບຂາວດຳ 100 ແຜ່ນ ເຊິ່ງໄດ້ຍົກໃຫ້ເຫັນຄວາມໝາຍເຫດການເລື້ອກຕັ້ງສະມາຊິກສະພາແຫ່ງຊາດທົ່ວປະເທດຊຸດທໍາອິດ, ເປັນຂີດໝາຍບາດລ້ຽວອັນຍິ່ງໃຫຍ່ໃນພາລະກິດຕໍ່ສູ້ຍາດເອົາເອກະລາດ, ເສລີພາບຂອງປະເທດຊາດ, ນໍາຊົນຊາດຫວຽດນາມ ກ້າວເຂົ້າສູ່ໄລຍະໃໝ່. ງານວາງສະແດງຍັງສ່ອງແສງໄລຍະທາງແຫ່ງການເຄື່ອນໄຫວອັນສະຫງ່າງາມຂອງສະພາແຫ່ງຊາດຫວຽດນາມ ໃນຕະຫຼອດ 14 ອາຍຸການຜ່ານມາ.

leftcenterrightdel
ພາບປະກອບ: cand.com.vn.

ໂອກາດນີ້, ຢູ່ຖະໜົນດົ່ງເຄີ໋ຍ ແລະສວນສາທາລະນະຈີລັງ (ເມືອງ 1) ກໍ່ໄດ້ດໍາເນີນງານວາງສະແດງຮູບພາບດ້ວຍຫົວຂໍ້ “ນະຄອນໂຮ່ຈີມິນ ທັນສະໄໝ, ສາຍຈິດມິດໃຈ” ແລະ “ນະຄອນຕ້ອນຮັບລະດູບານໃໝ່”, ແນະນໍາບັນດາຮູບພາບສະຖານະການ, ສິລະປະສະແດງໃຫ້ເຫັນຄວາມງາມ ແລະບັນດາກິດຈະກໍາພົ້ນເດັ່ນຂອງນະຄອນໂຮ່ຈີມິນ ໃນໄລຍະຜ່ານມາເພື່ອຕ້ອນຮັບປີໃໝ່ 2021. ບັນດາງານວາງສະແດງຈະດໍາເນີນຮອດວັນທີ 15 ມັງກອນ.

ໂດຍ: ເຈິ່ນຮວ່ຽນ