ທ່ານນາຍົກລັດຖະມົນຕີໄດ້ມອບໝາຍໃຫ້ກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວ ຮັບຜິດຊອບກໍ່ສ້າງ: ກົດໝາຍວ່າດ້ວຍຮູບເງົາ (ສະບັບປັບປຸງ); ກົດໝາຍວ່າດ້ວຍການສະກັດກັ້ນ, ຕ້ານການໃຊ້ຄວາມຮຸນແຮງໃນຄອບຄົວ; ກົດໝາຍວ່າດ້ວຍມໍລະດົກວັດທະນະທຳ (ສະບັບປັບປຸງ); ແຜນຍຸດທະສາດພັດທະນາວັດທະນະທຳຮອດປີ 2030; ແຜນຍຸດທະສາດພັດທະນາຄອບຄົວຫວຽດນາມ ຮອດປີ 2030; ສະຫະພັນບັນດາສະມາຄົມວັນນະຄະດີ, ສິລະປະຫວຽດນາມ ເປັນປະທານສ້າງລາຍການ “ອະນຸລັກຮັກສາ ແລະເສີມຂະຫຍາຍຄຸນຄ່າດ້ານວັດທະນະທຳ, ສິລະປະພື້ນເມືອງບັນດາຊົນເຜົ່າສ່ວນໜ້ອຍທີ່ມີປະຊາກອນໜ້ອຍທີ່ສຸດເຊິ່ງມີຄວາມສ່ຽງຖືກສູນເສຍໄປ”...

leftcenterrightdel
ພາບປະກອບຄັດຈາກ: ສໍານັກຂ່າວສານຫວຽດນາມ.

ແຜນການໄດ້ສຸມໃສ່ເນື້ອໃນຕ່າງໆ: ຍູ້ແຮງການເຄື່ອນໄຫວການສຶກສາອົບຮົມກ່ຽວກັບບຸກຄະລິກຄວາມເປັນມະນຸດ, ຄຸນສົມບັດ, ແບບແຜນດຳລົງຊີວິດໃນຄອບຄົວ, ໂຮງຮຽນ ແລະສັງຄົມ; ເພີ່ມທະວີການສຶກສາຍົກສູງສະຕິຄວາມຮັບຮູ້, ການປະພຶດ ແລະກິລິຍາທີ່ເປັນບັນທັດຖານວັດທະນະທຳໃນປະຊາຊົນ, ພິເສດແມ່ນຊາວໜຸ່ມ, ເຍົາວະຊົນອະນຸຊົນ; ເສີມຂະຫຍາຍບົດບາດຂອງວັນນະຄະດີ, ສິລະປະໃນການກຳນົດທິດຄ່ານິຍົມ, ຝຶກຝົນຫຼໍ່ຫຼອມຈິດໃຈ, ອາລົມຈິດຄວາມຮັກແພງ, ພູມປັນຍາ, ທັກສະໃນການດຳລົງຊີວິດ, ມຸ່ງໄປເຖິງການສ້າງບຸກຄະລິກຄວາມເປັນມະນຸດຂອງແຕ່ລະບຸກຄົນ ແລະສັງຄົມໃຫ້ສົມບູນແບບ; ສ້າງ ແລະເສີມຂະຫຍາຍແບບແຜນດຳລົງຊີວິດຢ່າງມີສະຕິ, ເປັນເຈົ້າຕົນເອງ, ມີຄວາມຕື່ນຕົວ, ມີສະຕິເຄົາລົບ ແລະປະຕິບັດກົດໝາຍ, ດຳລົງຊີວິດ ແລະເຮັດວຽກຕາມລັດຖະທຳມະນູນ ແລະກົດໝາຍ, ມີສະຕິປົກປັກຮັກສາສິ່ງແວດລ້ອມ.

ໂດຍ: ເຈິ່ນຮວ່ຽນ