leftcenterrightdel
ວັນບຸນວັດທະນະທໍາໄດ້ຈັດຕັ້ງທີ່ສະໜາມກິລາຂອງເມືອງຕາມເດື່ອງ (ແຂວງລາຍເຈົາ). ພາບ: qdnd.vn.

ເມື່ອເຂົ້າຮ່ວມວັນບຸນວັດທະນະທໍາ, ນັກທ່ອງທ່ຽວບໍ່ພຽງແຕ່ໄດ້ເຊື່ອມຕົວເຂົ້າກັບບັນຍາກາດວັນບຸນຂອງບັນດາເຜົ່າເທົ່ານັ້ນ, ແຕ່ວ່ານັ້ນຍັງແມ່ນໂອກາດເພື່ອໄດ້ຮັບປະທານເຍື່ອງອາຫານທີ່ແຊບນົວຂອງຊາວເຜ່ົາໄທ, ຊົມສິລະປະຟ້ອນແຄນ ແລະຕີມີດຂອງຊາວເຜົ່າມົ້ງ ຫຼືນຸ່ງຊຸດທີ່ມີສີສັນຫຼາກຫຼາຍຂອງຊາວເຜົ່າຢ້າວ.

ທີ່ວັນບຸນຍັງດໍາເນີນການແຂ່ງຂັນ, ການລະຫຼີ້ນພື້ນເມືອງ ແລະຍັງໄດ້ວາດພາບສະຖານທີ່ແຫ່ງມູນເຊື້ອວັດທະທໍາຂອງຊົນເຜົ່າ: ມົ້ງ, ໄທ, ຢ້າວ, ລາວ... ພ້ອມກັບການວາງສະແດງຂາຍຜະລິດຕະພັນປະເພດຕ່າງໆຂອງທ້ອງຖິ່ນ. ສັບປະດາວັດທະນະທໍາ, ການທ່ອງທ່ຽວເມືອງຕາມເດື່ອງປີ 2020 ດໍາເນີນໃນລະຫວ່າງວັນທີ  25-27 ທັນວາ ແມ່ນເຫດການໄດ້ຈັດຕັ້ງຂຶ້ນໃນແຕ່ລະປີ, ເພື່ອແນໃສ່ປະກອບສ່ວນຮັກສາ, ເສີມຂະຫຍາຍສີສັນວັດທະນະທໍາຂອງຊາດ, ພ້ອມທັງແນະນໍາ, ໂຄສະນາດິນແດນ, ປະຊາຊົນຢູ່ທີ່ນີ້.

leftcenterrightdel
 
leftcenterrightdel
ຊົນເຜົ່າຕ່າງໆຢູ່ແຂວງລາຍເຈົາ ວາງສະແດງສະຖານທີ່ວັດທະນະທໍາທີ່ເປັນເອກະລັກສະເພາະ. ພາບ: qdnd.vn.
leftcenterrightdel
ນາງສາວຊົນເຜົ່າຢ້າວ ນຸ່ງຊຸດອາພອນປະຈໍາເຜົ່າ. ພາບ: qdnd.vn.
leftcenterrightdel
ຊາວເຜົ່າໄຢ໊ ສະແດງວາດຟ້ອນຕ້ອນຮັບນັກທ່ອງທ່ຽວ ແລະຈັດພາເຂົ້າໃນວັນບຸນເຕັດ. ພາບ: qdnd.vn.
leftcenterrightdel
ຊົນເຜົ່າຢູ່ທ້ອງຖິ່ນ ປຸງແຕ່ງອາຫານ. ພາບ: qdnd.vn.
leftcenterrightdel
ນັກທ່ອງທ່ຽວນຸ່ງຊຸດອາພອນຂອງຊົນເຜົ່າລື້ ແລະຕໍ່າຜ້າ. ພາບ: qdnd.vn.

ໂດຍ: ທູຈາງ