leftcenterrightdel
ຮູບພາບ “ການທ່ອງທ່ຽວຊີວະພາບປ່າຕົ້ນພ້າວຊາຍເລນໄບເມົ໋າ”. ພາບ: ຟານຫວູຈ້ອງ.

ການປະກວດເພື່ອແນໃສ່ໂຄສະນາຄວາມງາມຂອງມໍລະດົກວັດທະນະທໍາ ແລະການປະດິດສ້າງວັດທະນະທໍາຫວຽດນາມ ເຖິງປະຊາຄົມ. ບັນດາຮູບພາບມີເນື້ອໃນກ່ຽວກັບທັດສະນີຍະພາບມໍລະດົກ ແລະປູຊະນີຍະສະຖານ, ການຖ່າຍທອດ ແລະສືບທອດວັດທະນະທໍາຜ່ານບັນດາຮຸ່ນຄົນ, ສິລະປະ ແລະຫົວຄິດປະດິດສ້າງ, ຄວາມປອງດອງລະຫວ່າງມະນຸດ ແລະທໍາມະຊາດ... ຄະນະຈັດຕັ້ງໄດ້ມອບລາງວັນທີ 1 ລວມ 3 ລາງວັນ, ແຕ່ລະລາງວັນມີມູນຄ່າ 1.000 ໂດລາສະຫະລັດໃຫ້ບັນດາຮູບພາບ: “ເພື່ອນຮ່ວມອາຊີບ” ຂອງນັກຖ່າຍຮູບ ດີງກົງເຕິມ, “ຮູບພາບແຄມທະເລ” ຂອງນັກຖ່າຍຮູບ ໂງທິທູບາ, “ການທ່ອງທ່ຽວຊີວະພາບປ່າຕົ້ນພ້າວຊາຍເລນໄບເມົ໋າ” - ຂອງນັກຖ່າຍຮູບຟານຫວູຈ້ອງ.

ຄຽງຂ້າງບັນດາຮູບພາບໄດ້ຮັບລາງວັນ, ຄະນະຈັດຕັ້ງຍັງເລືອກເຟັ້ນບັນດາຮູບພາບທີ່ພົ້ນເດັ່ນເພື່ອແນະນໍາຢູ່ງານວາງສະແດງເຊິ່ງດຳເນີນແຕ່ວັນທີ 25 ພະຈິກ ຮອດວັນທີ 2 ທັນວາ.

ໂດຍ: ເຈິ່ນຮວ່ຽນ