leftcenterrightdel
ບັນດາຜູ້ແທນຢ້ຽມຊົມງານວາງສະແດງ. ພາບ: ສໍານັກຂ່າວສານຫວຽດນາມ.

ງານວາງສະແດງໄດ້ແນະນໍາບັນດາຮູບຂາວດໍາ ແລະຮູບສີທີ່ດີເດັ່ນຂອງສໍານັກຂ່າວສານຫວຽດນາມ ແລະສໍານັກຂ່າວສານບຸນກາຣີ ເຊິ່ງໄດ້ສ່ອງແສງຢ່າງກົງໄປກົງມາເຖິງນໍ້າໃຈໄມຕີຈິດມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືໃນບັນດາຂົງເຂດລະຫວ່າງສອງປະເທດໃນ 7 ທົດສະວັດຜ່ານມາຢ່າງມີຊີວິດຊີວາ. ງານວາງສະແດງກໍ່ແນະນໍາເຖິງຜູ້ຊົມບັນດາຮູບພາບທີ່ສ່ອງແສງເຖິງການສະໜັບສະໜູນ, ການຊ່ວຍເຫຼືອອັນລ້ຳຄ່າທາງດ້ານວັດຖຸ ແລະຈິດໃຈຂອງລັດຖະບານ ແລະປະຊາຊົນບຸນກາຣີ ທີ່ສະຫງວນໃຫ້ປະຊາຊົນຫວຽດນາມ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ສ້າງສາ ແລະປົກປັກຮັກສາປະເທດຊາດໃນຊຸມປີ 70-80 ຂອງສະຕະວັດທີ XX, ການພັດທະນາທີ່ຕັ້ງໜ້າຂອງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືລະຫວ່າງສອງປະເທດໃນຊຸມປີມໍ່ໆມານີ້ໃນທຸກຂົງເຂດ...

ງານວາງສະແດງຈະດໍາເນີນໄປຮອດວັນທີ 22 ພະຈິກ ຈຶ່ງອັດລົງ.

ໂດຍ: ທູຈາງ